ດັ່ງນັ້ນ ໂດຍບໍ່ຊັກຊ້າຂ້ານ້ອຍຈຶ່ງຟ້າວລົງມື ຄືເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ.
ໂຢຊວຍ 4:10 - ພຣະຄຳພີສັກສິ ພວກປະໂຣຫິດຢືນຢູ່ໃນກາງແມ່ນໍ້າຈໍແດນ ຈົນກວ່າປະຊາຊົນກະທຳທຸກສິ່ງສຳເລັດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງພວກເຂົາຜ່ານທາງໂຢຊວຍ. ເລື່ອງນີ້ແມ່ນສິ່ງທີ່ໂມເຊໄດ້ສັ່ງໄວ້. ປະຊາຊົນຈຶ່ງຟ້າວຂ້າມແມ່ນໍ້າໄປ. |
ດັ່ງນັ້ນ ໂດຍບໍ່ຊັກຊ້າຂ້ານ້ອຍຈຶ່ງຟ້າວລົງມື ຄືເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ.
ພວກເຂົາໄດ້ເອົາກ້ອນເຂົ້າຈີ່ດິບທີ່ນຳມາຈາກປະເທດເອຢິບ ຊຶ່ງຍັງບໍ່ທັນໃສ່ເຊື້ອແປ້ງເທື່ອນັ້ນ ປີ້ງກິນເປັນອາຫານ. ຍ້ອນວ່າພວກເຂົາຖືກຂັບໄລ່ໃຫ້ອອກຈາກປະເທດເອຢິບຢ່າງກະທັນຫັນ. ສະນັ້ນ ພວກເຂົາຈຶ່ງບໍ່ມີເວລາພໍທີ່ຈະຕຽມອາຫານ ຫລືເຮັດເຂົ້າຈີ່ມີເຊື້ອແປ້ງໄວ້ກິນ.
ຢ່າອວດເຖິງເລື່ອງຂອງມື້ອື່ນ ເພາະເຈົ້າບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນແຕ່ລະວັນ.
ບໍ່ວ່າຈະເຮັດສິ່ງໃດກໍຕາມ ຈົ່ງເຮັດສິ່ງນັ້ນຢ່າງເຕັມກຳລັງ ເພາະໃນແດນຂອງຄົນຕາຍນັ້ນຈະບໍ່ມີການກະທຳ, ບໍ່ມີຄວາມຄິດ, ບໍ່ມີຄວາມຮູ້, ບໍ່ມີປັນຍາໃດໆ ແລະໃນບ່ອນນັ້ນແຫລະທີ່ພວກເຈົ້າຈະໄປ.
ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: “ເຮົາກຳລັງວາງຮາກຖານໃນພູເຂົາຊີໂອນຢ່າງໝັ້ນຄົງແລະແຂງແຮງ. ໃນທີ່ນັ້ນ ເຮົາກຳລັງວາງຫີນເສົາເອກ ຊຶ່ງມີຂຽນຖ້ອຍຄຳໃສ່ເທິງວ່າ ‘ຄວາມເຊື່ອທີ່ໝັ້ນຄົງກໍອົດທົນດົນນານ.’
ເພາະພຣະອົງຊົງກ່າວວ່າ, “ໃນຄາວແຫ່ງຄວາມກະລຸນາ ເຮົາໄດ້ຟັງເຈົ້າ ໃນວັນແຫ່ງຄວາມພົ້ນ ເຮົາໄດ້ຊ່ວຍເຫລືອເຈົ້າໄວ້.” ເບິ່ງແມ! ເວລານີ້ ແມ່ນຄາວແຫ່ງຄວາມກະລຸນາ ເບິ່ງແມ! ເວລານີ້ເປັນວັນແຫ່ງຄວາມພົ້ນ.
ດັ່ງນັ້ນ ໂມເຊຈຶ່ງໄດ້ຂຽນກົດບັນຍັດຂອງພຣະເຈົ້າ ແລະມອບໃຫ້ປະໂຣຫິດຊາວເລວີ ທີ່ເປັນຜູ້ຮັບຜິດຊອບຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ແລະມອບໃຫ້ພວກຜູ້ນຳຂອງຊາດອິດສະຣາເອນ.
ແລ້ວພວກເຈົ້າກໍໄດ້ພາກັນຂ້າມແມ່ນໍ້າຈໍແດນມາສູ່ເມືອງເຢຣິໂກ. ຊາວເມືອງເຢຣິໂກໄດ້ຕໍ່ສູ້ພວກເຈົ້າແລະຍັງມີພວກອື່ນອີກທີ່ຕໍ່ສູ້ພວກເຈົ້າ ເຊັ່ນ: ຊາວອາໂມ, ຊາວເປຣີຊີ, ຊາວການາອານ, ຊາວຮິດຕີ, ຊາວກີກາຊີ, ຊາວຮີວີ ແລະຊາວເຢບຸດ, ແຕ່ເຮົາໄດ້ໃຫ້ພວກເຈົ້າໄດ້ໄຊຊະນະພວກເຂົາທັງໝົດ.
ເມື່ອພວກປະໂຣຫິດ ຜູ້ທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ແຫ່ງແຜ່ນດິນໂລກ ຈຸ່ມຕີນລົງໃນແມ່ນໍ້າຈໍແດນ ແລະແມ່ນໍ້າຈໍແດນທີ່ໄຫລລົງມາແຕ່ທາງເໜືອກໍຈະຢຸດໄຫລໂຮມກັນຢູ່ບ່ອນດຽວ.”
ເມື່ອທຸກຄົນໄດ້ຂ້າມໄປເຖິງຝັ່ງໝົດແລ້ວ ພວກປະໂຣຫິດພ້ອມດ້ວຍຫີບຂອງພຣະເຈົ້າຢາເວ ກໍອອກນຳໜ້າປະຊາຊົນໄປ.
ແລ້ວໂຢຊວຍກໍຍັງໄດ້ຕັ້ງຫີນອື່ນອີກສິບສອງກ້ອນ ໄວ້ທີ່ກາງແມ່ນໍ້າຈໍແດນ ໃນບ່ອນທີ່ພວກປະໂຣຫິດຫາມຫີບພັນທະສັນຍາຢືນຢູ່ນັ້ນ. (ຫີນນັ້ນຍັງມີຢູ່ຈົນເຖິງທຸກວັນນີ້.)