ເມື່ອບັນດາຜູ້ນຳທຸກຄົນໄດ້ມາໂຮມກັນແລ້ວ ບັນດາປະໂຣຫິດກໍໄດ້ຍົກເອົາຫີບພັນທະສັນຍາ
ໂຢຊວຍ 3:6 - ພຣະຄຳພີສັກສິ ແລ້ວໂຢຊວຍກໍບອກພວກປະໂຣຫິດໃຫ້ຫາມຫີບພັນທະສັນຍາອອກໄປກ່ອນປະຊາຊົນ ແລະພວກເຂົາກໍປະຕິບັດຕາມ. |
ເມື່ອບັນດາຜູ້ນຳທຸກຄົນໄດ້ມາໂຮມກັນແລ້ວ ບັນດາປະໂຣຫິດກໍໄດ້ຍົກເອົາຫີບພັນທະສັນຍາ
ພຣະເຈົ້າຈະໄຂຫົນທາງໃຫ້ພວກເຂົາ ແລະນຳພວກເຂົາອອກຈາກການເປັນຊະເລີຍໃນຕ່າງຖິ່ນ. ພວກເຂົາຈະທະລຸອອກໄປທາງປະຕູເຂົ້າເມືອງ ແລະຈະປົບໜີໄປຢ່າງອິດສະຫລະ. ພຣະເຈົ້າຢາເວເອງ ຜູ້ເປັນກະສັດຂອງພວກເຂົາຈະນຳພາພວກເຂົາອອກໄປ.
ເມື່ອປະຊາຊົນອອກຈາກພູເຂົາຂອງພຣະເຈົ້າຢາເວໄປນັ້ນ ພວກເຂົາໄດ້ເດີນທາງເປັນເວລາສາມວັນ. ພວກເຂົາຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວອອກໜ້າໄປກ່ອນ ເພື່ອຊອກຫາບ່ອນຕັ້ງຄ້າຍພັກ.
ມາບັດນີ້ ຖ້າພຣະອົງຫາກຂ້າປະຊາຊົນຂອງພຣະອົງທັງໝົດ ຊົນຊາດທັງຫລາຍທີ່ໄດ້ຍິນເຖິງຊື່ສຽງຂອງພຣະອົງກໍຈະກ່າວວ່າ
ທີ່ພຣະເຢຊູເຈົ້າຜູ້ຊົງນຳໜ້າ ໄດ້ສະເດັດເຂົ້າໄປກ່ອນແທນພວກເຮົາແລ້ວ ເພາະພຣະອົງໄດ້ຊົງກາຍເປັນພຣະມະຫາປະໂຣຫິດຕະຫລອດໄປ ໃນລຳດັບດຽວກັບເມຄີເຊເດັກ.
ແລະສັ່ງປະຊາຊົນວ່າ, “ເມື່ອພວກເຈົ້າເຫັນພວກປະໂຣຫິດ ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າອອກໄປ ໃຫ້ພາກັນອອກຈາກຄ້າຍພັກແລະຕິດຕາມໄປໂລດ.
ແລ້ວໂຢຊວຍກໍໄດ້ສັ່ງປະຊາຊົນວ່າ, “ຈົ່ງຊຳລະຕົນໃຫ້ບໍຣິສຸດ ເພາະມື້ອື່ນພຣະເຈົ້າຢາເວຈະເຮັດການອັດສະຈັນໃນທ່າມກາງພວກເຈົ້າ.”
ຕໍ່ມາ ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ສິ່ງທີ່ເຮົາກະທຳໃນມື້ນີ້ ຈະເຮັດໃຫ້ຊາວອິດສະຣາເອນທຸກຄົນໃຫ້ກຽດແກ່ເຈົ້າ ວ່າເຈົ້າເປັນຜູ້ຍິ່ງໃຫຍ່ຄົນໜຶ່ງ ແລະພວກເຂົາຈະຮູ້ວ່າ ເຮົາໄດ້ຢູ່ນຳເຈົ້າເໝືອນດັ່ງທີ່ໄດ້ຢູ່ນຳໂມເຊ.
ໂຢຊວຍໄດ້ເອີ້ນພວກປະໂຣຫິດມາ ແລະບອກວ່າ, “ຈົ່ງຫາມຫີບພັນທະສັນຍາ ແລະໃຫ້ເຈັດຄົນໃນພວກເຈົ້າ ຖືແກຍ່າງໄປກ່ອນຫີບພັນທະສັນຍາຂອງພຣະເຈົ້າຢາເວ.”