ຂ້າແດ່ພຣະເຈົ້າຢາເວ ຂໍຊົງສະເດັດມາທີ່ພຣະວິຫານ ພ້ອມກັບຫີບພັນທະສັນຍາ ຊຶ່ງເປັນສັນຍາລັກແຫ່ງຣິດອຳນາດຂອງພຣະອົງ ແລະສະຖິດຢູ່ບ່ອນນີ້ຕະຫລອດໄປເປັນນິດ.
ໂຢຊວຍ 3:14 - ພຣະຄຳພີສັກສິ ເວລານັ້ນເປັນລະດູເກັບກ່ຽວ ແລະນໍ້າໄດ້ລົ້ນຖ້ວມຕາຝັ່ງ. ເມື່ອປະຊາຊົນໄດ້ອອກໄປຈາກຄ້າຍພັກເພື່ອຈະຂ້າມແມ່ນໍ້າຈໍແດນ ພວກປະໂຣຫິດທີ່ຫາມຫີບພັນທະສັນຍາໄດ້ອອກໄປກ່ອນໜ້າພວກເຂົາ. ພໍພວກປະໂຣຫິດຈຸ່ມຕີນລົງໃນນໍ້າ |
ຂ້າແດ່ພຣະເຈົ້າຢາເວ ຂໍຊົງສະເດັດມາທີ່ພຣະວິຫານ ພ້ອມກັບຫີບພັນທະສັນຍາ ຊຶ່ງເປັນສັນຍາລັກແຫ່ງຣິດອຳນາດຂອງພຣະອົງ ແລະສະຖິດຢູ່ບ່ອນນີ້ຕະຫລອດໄປເປັນນິດ.
ຕໍ່ໄປ ເມື່ອພວກເຈົ້າມີຈຳນວນຫລາຍ ແລະຈຳນວນກໍເພີ່ມຂຶ້ນໃນດິນແດນແລ້ວ, ໃນວັນນັ້ນ, ພຣະເຈົ້າຢາເວກ່າວວ່າ ພວກເຂົາຈະບໍ່ເວົ້າເຖິງຫີບພັນທະສັນຍາຂອງພຣະເຈົ້າຢາເວອີກຕໍ່ໄປ. ພວກເຂົາຈະບໍ່ຄິດຮອດ ແລະຈະບໍ່ເວົ້າເຖິງຫີບນັ້ນອີກ; ພວກເຂົາບໍ່ຕ້ອງການຫີບນັ້ນອີກ ແລະຈະບໍ່ເຮັດມັນຂຶ້ນມາອີກດ້ວຍ.
“ຈົ່ງເອົາປື້ມທີ່ບັນຈຸກົດບັນຍັດນີ້ ໄປໄວ້ຂ້າງຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເພື່ອວ່າປື້ມນີ້ຈະເປັນພະຍານຕໍ່ສູ້ໄພ່ພົນຂອງພຣະອົງ.
ໃນຫ້ອງນັ້ນ ມີແທ່ນຄຳສຳລັບເຜົາເຄື່ອງຫອມ ມີຫີບຫຸ້ມຫໍ່ດ້ວຍຄຳທຸກດ້ານສຳລັບໃສ່ພັນທະສັນຍາ ຢູ່ໃນຫີບນັ້ນມີຂັນຄຳໃສ່ມານາໄວ້ ມີໄມ້ຄ້ອນເທົ້າຂອງອາໂຣນທີ່ປົ່ງຍອດ ແລະມີແຜ່ນຫີນຈາລຶກພັນທະສັນຍາແລ້ວ.
ແລ້ວພວກເຈົ້າກໍໄດ້ພາກັນຂ້າມແມ່ນໍ້າຈໍແດນມາສູ່ເມືອງເຢຣິໂກ. ຊາວເມືອງເຢຣິໂກໄດ້ຕໍ່ສູ້ພວກເຈົ້າແລະຍັງມີພວກອື່ນອີກທີ່ຕໍ່ສູ້ພວກເຈົ້າ ເຊັ່ນ: ຊາວອາໂມ, ຊາວເປຣີຊີ, ຊາວການາອານ, ຊາວຮິດຕີ, ຊາວກີກາຊີ, ຊາວຮີວີ ແລະຊາວເຢບຸດ, ແຕ່ເຮົາໄດ້ໃຫ້ພວກເຈົ້າໄດ້ໄຊຊະນະພວກເຂົາທັງໝົດ.
ແລະສັ່ງປະຊາຊົນວ່າ, “ເມື່ອພວກເຈົ້າເຫັນພວກປະໂຣຫິດ ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າອອກໄປ ໃຫ້ພາກັນອອກຈາກຄ້າຍພັກແລະຕິດຕາມໄປໂລດ.
ແລ້ວໂຢຊວຍກໍບອກພວກປະໂຣຫິດໃຫ້ຫາມຫີບພັນທະສັນຍາອອກໄປກ່ອນປະຊາຊົນ ແລະພວກເຂົາກໍປະຕິບັດຕາມ.
ໂຢຊວຍໄດ້ເອີ້ນພວກປະໂຣຫິດມາ ແລະບອກວ່າ, “ຈົ່ງຫາມຫີບພັນທະສັນຍາ ແລະໃຫ້ເຈັດຄົນໃນພວກເຈົ້າ ຖືແກຍ່າງໄປກ່ອນຫີບພັນທະສັນຍາຂອງພຣະເຈົ້າຢາເວ.”