ອັບຣາມໄດ້ເດີນທາງຜ່ານປະເທດໄປຕໍ່ ຈົນຮອດຕົ້ນໄມ້ສັກສິດທີ່ໂມເຣ ຊຶ່ງເປັນບ່ອນສັກສິດຂອງເມືອງຊີເຄມ. (ໃນຄາວນັ້ນ ຊາວການາອານຍັງອາໄສຢູ່ໃນດິນແດນນີ້.)
ໂຢຊວຍ 24:1 - ພຣະຄຳພີສັກສິ ຕໍ່ມາ ໂຢຊວຍໄດ້ເອີ້ນເຜົ່າຕ່າງໆຂອງຊາດອິດສະຣາເອນ ເຂົ້າມາເຕົ້າໂຮມກັນທີ່ເມືອງຊີເຄມ. ເພິ່ນໄດ້ເອີ້ນເອົາພວກເຖົ້າແກ່, ພວກຫົວໜ້າ, ພວກຜູ້ປົກຄອງ ແລະບັນດາເຈົ້າໜ້າທີ່ຂອງຊາດອິດສະຣາເອນ ມາຢູ່ຊ້ອງໜ້າພຣະເຈົ້າ. |
ອັບຣາມໄດ້ເດີນທາງຜ່ານປະເທດໄປຕໍ່ ຈົນຮອດຕົ້ນໄມ້ສັກສິດທີ່ໂມເຣ ຊຶ່ງເປັນບ່ອນສັກສິດຂອງເມືອງຊີເຄມ. (ໃນຄາວນັ້ນ ຊາວການາອານຍັງອາໄສຢູ່ໃນດິນແດນນີ້.)
ດັ່ງນັ້ນ ພວກເຂົາຈຶ່ງເອົາຮູບພະທັງໝົດຂອງຄົນຕ່າງຊາດ ຊຶ່ງພວກເຂົາມີຢູ່ກັບຕຸ້ມຫູທີ່ພວກເຂົາໃສ່ຢູ່ມອບໃຫ້ຢາໂຄບ. ເພິ່ນໄດ້ເອົາເຄື່ອງເຫຼົ່ານີ້ໄປຝັງໄວ້ໃຕ້ຕົ້ນໝາກກໍ່ໃກ້ກັບເມືອງຊີເຄມ.
ເຣໂຫໂບອາມໄດ້ໄປທີ່ເມືອງຊີເຄມ ບ່ອນທີ່ປະຊາຊົນອິດສະຣາເອນທາງພາກເໜືອ ໄດ້ເຕົ້າໂຮມກັນເພື່ອແຕ່ງຕັ້ງເພິ່ນໃຫ້ເປັນກະສັດ.
ກະສັດໂຢສີຢາໄດ້ເອີ້ນພວກຫົວໜ້າຂອງຊາວຢູດາ ແລະຊາວເຢຣູຊາເລັມທັງໝົດມາປະຊຸມກັບເພິ່ນ.
ດັ່ງນັ້ນ ຂ້ານ້ອຍຈຶ່ງໃຊ້ຄົນໄປຫາທ່ານໂດຍທັນທີ ແລະທ່ານກໍດີແທ້ໆ ທີ່ໄດ້ກະລຸນາມາ, ບັດນີ້ ພວກຂ້ານ້ອຍທັງໝົດ ກໍພ້ອມກັນຢູ່ຊ້ອງໜ້າພຣະເຈົ້າທີ່ນີ້ແລ້ວ ເພື່ອຈະຟັງທຸກຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ກັບທ່ານ.”
ຈົ່ງເຊື່ອຟັງຢ່າງຈິງໃຈ ເນື້ອໃນທັງໝົດຂອງພັນທະສັນຍານີ້ ເພື່ອວ່າພວກເຈົ້າຈະເຮັດທຸກໆສິ່ງເປັນຜົນສຳເລັດ.
ດັ່ງນັ້ນ ໃນທິດຕາເວັນຕົກຂອງແມ່ນໍ້າຈໍແດນ ພວກເຂົາຈຶ່ງໄດ້ເລືອກເອົາເມືອງເກເດັດໃນຄາລີເລ ໃນເຂດເນີນພູຂອງເຜົ່າເນັບທາລີ; ເມືອງຊີເຄມໃນເຂດເນີນພູຂອງເຜົ່າເອຟຣາອິມ ແລະກີຣີອາດ-ອາກບາຄືເມືອງເຮັບໂຣນໃນເຂດເນີນພູຂອງເຜົ່າຢູດາ.
ສະນັ້ນ ເພິ່ນຈຶ່ງເອີ້ນຊາວອິດສະຣາເອນທຸກຄົນມາ ມີດັ່ງນີ້: ພວກເຖົ້າແກ່, ພວກຫົວໜ້າ, ພວກຜູ້ປົກຄອງ ແລະພວກເຈົ້າໜ້າທີ່ຂອງປະຊາຊົນ. ເພິ່ນບອກພວກເຂົາວ່າ, “ດຽວນີ້ຂ້າພະເຈົ້າກໍເຖົ້າແກ່ຫລາຍແລ້ວ
ແລ້ວປະຊາຊົນອິດສະຣາເອນທັງໝົດກໍໄດ້ພາກັນໄປໄວ້ທຸກທີ່ເບັດເອນ. ພວກເຂົານັ່ງຢູ່ຊ້ອງໜ້າພຣະເຈົ້າຢາເວໂດຍບໍ່ຍອມກິນອາຫານຈົນຮອດຄໍ່າ. ພວກເຂົາຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳ ແລະເຜົາສັດທັງໂຕຖວາຍຢູ່ຊ້ອງໜ້າພຣະເຈົ້າຢາເວ.
ແຕ່ໃນມື້ນີ້ ພວກເຈົ້າໄດ້ປະຖິ້ມພຣະເຈົ້າຂອງພວກເຈົ້າ ຜູ້ທີ່ຊ່ວຍເອົາພວກເຈົ້າໃຫ້ພົ້ນຈາກຄວາມລຳບາກ ຕະຫລອດທັງຄວາມຫຍຸ້ງຍາກທຸກຢ່າງ ແລະຂໍຮ້ອງເຮົາໃຫ້ແຕ່ງຕັ້ງກະສັດຄົນໜຶ່ງໃຫ້ພວກເຈົ້າ ດີແລ້ວ ຖ້າດັ່ງນັ້ນ ໃຫ້ພວກເຈົ້າເຕົ້າໂຮມກັນເປັນເຜົ່າແລະເປັນຕະກຸນຊ້ອງໜ້າພຣະເຈົ້າຢາເວ.”’