ຈຶ່ງເວົ້າກັບຢາໂຄບວ່າ, “ຂ້ອຍຂໍກິນແກງໝາກຖົ່ວແດງຂອງເຈົ້າຈັກຄຳແດ່ ເພາະຂ້ອຍຫິວຫລາຍແທ້ໆ.” (ດ້ວຍເຫດຜົນດັ່ງກ່າວນີ້ ເພິ່ນຈຶ່ງເອີ້ນເອຊາວວ່າ ເອໂດມ)
ເຢເຣມີຢາ 49:7 - ພຣະຄຳພີສັກສິ ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວເຖິງເອໂດມວ່າ, “ປະຊາຊົນເມືອງເຕມານໝົດປັນຍາແລ້ວບໍ? ບັນດາທີ່ປຶກສາຂອງພວກເຂົາບໍ່ໄດ້ບອກວ່າ ຄວນເຮັດຢ່າງໃດບໍ? ສະຕິປັນຍາຂອງພວກເຂົາໄປໃສໝົດແລ້ວ? |
ຈຶ່ງເວົ້າກັບຢາໂຄບວ່າ, “ຂ້ອຍຂໍກິນແກງໝາກຖົ່ວແດງຂອງເຈົ້າຈັກຄຳແດ່ ເພາະຂ້ອຍຫິວຫລາຍແທ້ໆ.” (ດ້ວຍເຫດຜົນດັ່ງກ່າວນີ້ ເພິ່ນຈຶ່ງເອີ້ນເອຊາວວ່າ ເອໂດມ)
ເອຊາວກຽດຊັງຢາໂຄບ ຍ້ອນວ່າພໍ່ໄດ້ອວຍພອນລາວ. ລາວຄິດວ່າ, “ມື້ໄວ້ທຸກໃຫ້ພໍ່ກໍໃກ້ເຂົ້າມາແລ້ວ; ເມື່ອມື້ນັ້ນສິ້ນສຸດລົງຍາມໃດ ເຮົາກໍຈະຂ້າຢາໂຄບເສຍຍາມນັ້ນ.”
ຢາໂຄບໄດ້ໃຊ້ຄົນນຳຂ່າວໄປບອກເອຊາວອ້າຍຂອງຕົນ ທີ່ເມືອງເສອີໃນດິນແດນເອໂດມ.
ເຜົ່າເຫຼົ່ານີ້ໄດ້ສືບເຊື້ອສາຍມາຈາກເອຊາວ. ເອລີຟັດລູກຊາຍກົກຂອງເອຊາວ ເປັນບັນພະບຸລຸດຂອງເຜົ່າຕ່າງໆດັ່ງຕໍ່ໄປນີ້: ເຕມານ, ໂອມາກ, ເຊໂຟ, ເກນາດ,
ໂຢບມີໝູ່ເພື່ອນສາມຄົນດັ່ງນີ້: ເອລີຟັດ ຊາວເຕມານ, ບິນດາດ ຊາວຊູອາ ແລະໂຊພາ ຊາວນາອາມາ. ເມື່ອໄດ້ຍິນຂ່າວວ່າ, ໂຢບກຳລັງທົນທຸກຢູ່ຢ່າງໜັກ ພວກເຂົາກໍຕັດສິນໃຈມາຢ້ຽມຢາມລາວເພື່ອເລົ້າໂລມໃຈ.
“ໂຢບເອີຍ ຖ້າຂ້ອຍເວົ້າຈະບໍ່ລົບກວນເຈົ້າບໍ? ຂ້ອຍອົດມິດເສີຍຕໍ່ໄປອີກບໍ່ໄດ້ແລ້ວ.
ຂ້າແດ່ພຣະເຈົ້າຢາເວ ຂໍຈົ່ງຈົດຈຳສິ່ງທີ່ຊາວເອໂດມໄດ້ເຮັດ ໃນມື້ທີ່ນະຄອນເຢຣູຊາເລັມໄດ້ຖືກຢຶດນັ້ນ. ຂໍຈົ່ງຈົດຈຳຖ້ອຍຄຳທີ່ພວກເຂົາເວົ້າກັນຢູ່ສະເໝີວ່າ, “ຈົ່ງທຳລາຍມັນຖິ້ມໃຫ້ດັບສູນ”.
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບດິນແດນເອໂດມ. ມີບາງຄົນໄດ້ເອີ້ນຖາມຂ້າພະເຈົ້າຈາກດິນແດນເອໂດມວ່າ, “ຄົນຍາມເອີຍ ເຫີງປານໃດຈະແຈ້ງ? ບອກຂ້ອຍແດ່ໄດ້ບໍວ່າຍັງເຫິງປານໃດຈະສິ້ນສຸດ.”
ສະນັ້ນ ເຮົາຈະເຮັດໃຫ້ພວກເຂົາສະດຸ້ງຕື່ນຕົກໃຈ ດ້ວຍການງຶດງໍ້ແລ້ວງຶດງໍ້ອີກໂດຍບໍ່ໄດ້ຄາດຝັນ. ຄົນສະຫລາດຈະກາຍເປັນຄົນໂງ່ ແລະຄວາມຫລັກແຫລມທຸກຢ່າງຂອງພວກເຂົາກໍຈະບໍ່ມີປະໂຫຍດ.”
ພຣະເຈົ້າຢາເວກ່າວວ່າ, “ເຮົາມີບາງສິ່ງທີ່ຈະກ່າວຕໍ່ປະເທດ ເພື່ອນບ້ານໃກ້ຄຽງທັງຫລາຍຂອງຊາດອິດສະຣາເອນ ຄືປະເທດທີ່ໄດ້ທຳລາຍດິນແດນທີ່ເຮົາໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນ. ເຮົາຈະຖອນຮາກຖອນເຫງົ້າຄົນຊົ່ວເຫຼົ່ານັ້ນ ໃຫ້ອອກໄປຈາກດິນແດນຂອງພວກເຂົາເໝືອນຫລົກຕົ້ນໄມ້ ແລະເຮົາຈະຊ່ວຍກູ້ເອົາຢູດາອອກຈາກພວກເຂົາ.
ແລ້ວປະຊາຊົນກໍໄດ້ເວົ້າວ່າ, “ໃຫ້ພວກເຮົາກຳຈັດເຢເຣມີຢາສາເທາະ ພວກເຮົາມີພວກປະໂຣຫິດໃຫ້ຄຳແນະນຳ, ມີພວກນັກປາດໃຫ້ຄຳປຶກສາ ແລະມີພວກຜູ້ທຳນວາຍ ປະກາດຖ້ອຍຄຳຂອງພຣະເຈົ້າຢູ່ສະເໝີ. ໃຫ້ພວກເຮົາຫາເລື່ອງໃສ່ລາວ ແລະຢ່າຟັງສິ່ງທີ່ລາວເວົ້ານັ້ນ.”
ບັນດາເມືອງຕ່າງໆ ເຊັ່ນ: ເດດານ, ເຕມາ ແລະບູຊະ; ບັນດາປະຊາຊົນທັງໝົດທີ່ກຽນຜົມສັ້ນໆ;
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ສະນັ້ນ ຈົ່ງຟັງແຜນການທີ່ພຣະເຈົ້າຢາເວກະທຳຕໍ່ສູ້ປະຊາຊົນເອໂດມ ແລະສິ່ງທີ່ພຣະອົງຕັ້ງໃຈກະທຳຕໍ່ຊາວເຕມານ. ແມ່ນແຕ່ລູກຂອງພວກເຂົາກໍຈະຖືກລາກໄປ ແລະທຸກຄົນຈະຢ້ານກົວໃຫຍ່.
ນັກປາດຂອງພວກເຈົ້າກໍຖືກອັບອາຍ; ພວກເຂົາສັບສົນ ແລະຖືກບ້ວງແຮ້ວ. ພວກເຂົາປະຖິ້ມຖ້ອຍຄຳຂອງພຣະເຈົ້າຢາເວ; ບັດນີ້ ພວກເຂົາມີສະຕິປັນຍາຫຍັງແດ່?
ຊາວເອໂດມແລະອູເຊ ຈົ່ງຫົວເຍາະເຍີ້ຍຕໍ່ໄປ ຈົ່ງພາກັນດີໃຈໃນຍາມທີ່ພວກເຈົ້າດີໃຈໄດ້. ໄພພິບັດຂອງພວກເຈົ້າກໍກຳລັງມາເຖິງຄືກັນ ພວກເຈົ້າຈະເປືອຍຕົວຍ່າງໂຊເຊອັບອາຍຄືກັນດອກ.
ເອໂດມກໍຢູ່ທີ່ນັ້ນ ພ້ອມທັງບັນດາກະສັດກັບພວກຜູ້ປົກຄອງຂອງຕົນ. ພວກເຂົາເຄີຍເປັນທະຫານທີ່ມີອຳນາດ; ແຕ່ບັດນີ້ ພວກເຂົານອນຢູ່ໃນແດນມໍຣະນາກັບຄົນທີ່ບໍ່ໄດ້ຮັບພິທີຕັດ ຄືພວກທີ່ໄດ້ຖືກຂ້າໃນສະໜາມຮົບ.
ລາວຈະບຸກຮຸກໂຈມຕີ ແມ່ນແຕ່ດິນແດນແຫ່ງພຣະສັນຍາ ແລະຂ້າຄົນຕາຍເປັນໝື່ນໆ, ແຕ່ສ່ວນປະເທດເອໂດມ, ໂມອາບ ແລະສິ່ງທີ່ຍັງເຫລືອຢູ່ໃນອຳໂມນຈະຫລົບຫລີກໄປໄດ້.
ປະເທດເອຢິບຈະກາຍເປັນຖິ່ນແຫ້ງແລ້ງກັນດານ ເອໂດມຈະຖືກທຳລາຍໃຫ້ຮາບກ້ຽງ ເພາະວ່າພວກເຂົາໄດ້ໂຈມຕີດິນແດນຢູດາຍ ແລະຂ້າປະຊາຊົນຜູ້ບໍ່ມີຄວາມຜິດໃນທີ່ນັ້ນ.
ພຣະເຈົ້າກຳລັງກັບມາຈາກເມືອງເຕມານອີກໃດ ອົງບໍຣິສຸດກຳລັງກັບມາຈາກພູເຂົາປາຣານພຸ້ນ. ສະຫງ່າຣາສີຂອງພຣະອົງປົກຄຸມທົ່ວເທິງຟ້າສະຫວັນ, ທີ່ແຜ່ນດິນໂລກກໍເຕັມດ້ວຍຄຳສັນລະເສີນຂອງພຣະອົງ.
ຢ່າດູໝິ່ນປະໝາດຊາວເອໂດມ ເພາະພວກເຂົາເປັນຍາດພີ່ນ້ອງຂອງພວກເຈົ້າ. ຢ່ານຳການສາບແຊ່ງມາສູ່ຊາວເອຢິບ ເພາະຄັ້ງໜຶ່ງພວກເຈົ້າເຄີຍອາໄສຢູ່ໃນດິນແດນຂອງພວກເຂົາ.