“ເຈົ້າເຫັນແລ້ວບໍ່ແມ່ນບໍວ່າ ອາຮາບໄດ້ຖ່ອມຕົວຕໍ່ໜ້າເຮົາຢ່າງໃດ? ຍ້ອນລາວໄດ້ຖ່ອມຕົວຢ່າງນີ້ ເຮົາຈະບໍ່ນຳເອົາຄວາມພິນາດມາສູ່ລາວ ໃນຕະຫລອດຊົ່ວຊີວິດຂອງລາວ; ແຕ່ເຮົາຈະນຳເອົາຄວາມພິນາດມາສູ່ຄອບຄົວຂອງອາຮາບໃນສະໄໝລູກຊາຍຂອງລາວ.”
ເຢເຣມີຢາ 44:10 - ພຣະຄຳພີສັກສິ ແຕ່ມາເຖິງວັນນີ້ ພວກເຈົ້າກໍບໍ່ຍອມຖ່ອມຕົວລົງເລີຍ. ພວກເຈົ້າບໍ່ໄດ້ໃຫ້ກຽດເຮົາ ຫລືດຳເນີນຊີວິດຕາມກົດບັນຍັດຕ່າງໆ ທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. |
“ເຈົ້າເຫັນແລ້ວບໍ່ແມ່ນບໍວ່າ ອາຮາບໄດ້ຖ່ອມຕົວຕໍ່ໜ້າເຮົາຢ່າງໃດ? ຍ້ອນລາວໄດ້ຖ່ອມຕົວຢ່າງນີ້ ເຮົາຈະບໍ່ນຳເອົາຄວາມພິນາດມາສູ່ລາວ ໃນຕະຫລອດຊົ່ວຊີວິດຂອງລາວ; ແຕ່ເຮົາຈະນຳເອົາຄວາມພິນາດມາສູ່ຄອບຄົວຂອງອາຮາບໃນສະໄໝລູກຊາຍຂອງລາວ.”
ເພາະເຈົ້າໄດ້ຍອມຟັງແລະເຈົ້າໄດ້ຖ່ອມຕົວຕໍ່ໜ້າພຣະເຈົ້າຢາເວ ເຈົ້າຈີກເຄື່ອງນຸ່ງຂອງເຈົ້າແລະຮ້ອງໄຫ້ ເມື່ອເຈົ້າໄດ້ຍິນເຖິງການຂູ່ເຂັນ ທີ່ເຮົາຈະລົງໂທດນະຄອນເຢຣູຊາເລັມ ແລະປະຊາຊົນໃນເມືອງ. ເຮົາຈະເຮັດໃຫ້ເມືອງນີ້ເປັນໜ້າຢ້ານກົວ ຄືເປັນບ່ອນທີ່ຄົນຈະໃຊ້ຊື່ເມືອງນີ້ເປັນຄຳສາບແຊ່ງ. ແຕ່ເຮົາໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າ ພຣະເຈົ້າຢາເວກ່າວດັ່ງນີ້.
ແຕ່ໃນທີ່ສຸດ ເຮເຊກີຢາແລະປະຊາຊົນຊາວນະຄອນເຢຣູຊາເລັມ ໄດ້ຖ່ອມຕົວລົງ; ສະນັ້ນ ພຣະເຈົ້າຢາເວຈຶ່ງບໍ່ໄດ້ລົງໂທດປະຊາຊົນ ຈົນກວ່າເຮເຊກີຢາໄດ້ຕາຍໄປ.
ເມື່ອໄດ້ທົນທຸກຢູ່ເຊັ່ນນັ້ນ ເພິ່ນຈຶ່ງຖ່ອມຕົວລົງ ແລະຫັນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ແລະຖ່ອມຕົວລົງຫລາຍຕໍ່ໜ້າພຣະເຈົ້າຂອງບັນພະບຸລຸດຂອງເພິ່ນ ແລະໄດ້ພາວັນນາອະທິຖານຕໍ່ພຣະອົງ.
ຄຳພາວັນນາອະທິຖານຂອງກະສັດພ້ອມທັງຄຳຕອບຂອງພຣະເຈົ້າ ແລະເລື່ອງການເຮັດບາບຕ່າງໆກ່ອນເພິ່ນກັບໃຈໃໝ່ ເຊັ່ນ: ການກະທຳຊົ່ວຂອງເພິ່ນ, ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ສັນຍາລັກຂອງເຈົ້າແມ່ອາເຊຣາ ຊຶ່ງເພິ່ນໄດ້ເຮັດຂຶ້ນ ແລະຮູບເຄົາຣົບທີ່ເພິ່ນຂາບໄຫວ້ ແມ່ນໄດ້ບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງພວກຜູ້ທຳນວາຍ.
ແລະເຈົ້າໄດ້ກັບໃຈໃໝ່ທັງຖ່ອມຕົວລົງຕໍ່ໜ້າເຮົາ ໂດຍຈີກເສື້ອຂອງເຈົ້າເອງແລະຮ້ອງໄຫ້ເມື່ອເຈົ້າໄດ້ຍິນວ່າ ເຮົາໄດ້ນາບຂູ່ຈະລົງໂທດນະຄອນເຢຣູຊາເລັມແລະຊາວນະຄອນຢ່າງໃດ. ເຮົາຈຶ່ງໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າແລ້ວ. ພຣະເຈົ້າຢາເວກ່າວດັ່ງນີ້.
ພຣະເຈົ້າຢາເວຢູ່ໃກ້ຜູ້ທີ່ຂາດກຳລັງໃຈ ພຣະອົງຊ່ວຍຜູ້ທີ່ໝົດຫວັງໃຫ້ລາວໄດ້ພົ້ນ.
ຂ້າແດ່ພຣະເຈົ້າ ເຄື່ອງບູຊາທີ່ພຣະເຈົ້າພໍພຣະໄທນັ້ນ ແມ່ນຈິດວິນຍານທີ່ຖ່ອມຕົວລົງ ພຣະເຈົ້າບໍ່ໄດ້ຊົງລັງກຽດຈິດໃຈທີ່ຖ່ອມຕົວລົງ ແລະການກັບໃຈໃໝ່ແທ້ຂອງຂ້ານ້ອຍ.
ພວກເຂົາບໍ່ໄດ້ຖືຮັກສາພັນທະສັນຍາຂອງພຣະເຈົ້າ ພວກເຂົາບໍ່ເຄີຍໄດ້ເຮັດຕາມກົດບັນຍັດຂອງພຣະອົງ.
ສະນັ້ນ ໂມເຊແລະອາໂຣນຈຶ່ງໄດ້ເຂົ້າໄປພົບກະສັດຟາໂຣ ແລະກ່າວຕໍ່ເພິ່ນວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາວເຮັບເຣີກ່າວວ່າ, ‘ເຈົ້າຍັງຈະແຂງຂໍ້ຕໍ່ເຮົາອີກດົນນານປານໃດ? ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ.
ແຕ່ຈົນບັດນີ້ ເຈົ້າກໍຍັງໃຈແຂງກະດ້າງດື້ດຶງບໍ່ຍອມປ່ອຍໃຫ້ປະຊາຊົນຂອງເຮົາໄປ.
ແຕ່ຂ້ານ້ອຍຮູ້ຢູ່ວ່າ ທ່ານກັບບັນດາຂ້າຣາຊການຂອງທ່ານ ຈະຍັງບໍ່ຢຳເກງພຣະເຈົ້າຢາເວພຣະເຈົ້າເທື່ອ.”
ຄົນມີປັນຍາລະວັງຕົນໃຫ້ພົ້ນຄວາມເດືອດຮ້ອນ, ແຕ່ຄົນໂງ່ຈ້າຂາດຄວາມຢັບຢັ້ງຈຶ່ງລົງມືເຮັດໄປຢ່າງວ່ອງໄວ.
ຈົ່ງສັດຊື່ແລະທ່ຽງທຳແລະພຣະເຈົ້າກໍຈະຍົກບາບໃຫ້, ຈົ່ງຢຳເກງພຣະເຈົ້າຢາເວແລະສິ່ງຊົ່ວຮ້າຍຈະບໍ່ມາຖືກເຈົ້າ.
ການຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ແມ່ນການກຽດຊັງສິ່ງທີ່ຊົ່ວຮ້າຍ ເຮົາຊັງຄວາມຫຍາບຊ້າແລະການອວດດີ ທາງຊົ່ວຮ້າຍອັບປີແລະຄຳເວົ້າຕົວະ.
ຜູ້ໃດໃຫ້ອິດສະຣາເອນເປັນເຫຍື່ອພວກນັກປຸ້ນເດ? ແມ່ນພຣະເຈົ້າຢາເວທີ່ພວກເຮົາໄດ້ເຮັດບາບຕໍ່ສູ້ນັ້ນ ພວກເຮົາບໍ່ໄດ້ດຳເນີນຊີວິດດັ່ງທີ່ພຣະອົງຕ້ອງການ ຫລືເຊື່ອຟັງຄຳສັ່ງສອນທີ່ພຣະອົງໄດ້ມອບໃຫ້.
ເຮົາເປັນພຣະເຈົ້າອົງສູງສຸດ, ອົງບໍຣິສຸດ, ແລະອົງຊົງຊີວິດຢູ່ຕະຫລອດໄປ. ເຮົາຢູ່ໃນສະຖານທີ່ສູງສຸດແລະບໍຣິສຸດ; ແຕ່ເຮົາຢູ່ນຳປະຊາຊົນຜູ້ທີ່ຖ່ອມໃຈແລະຜູ້ທີ່ກັບໃຈໃໝ່ ເພື່ອວ່າເຮົາຈະໄດ້ຟື້ນຟູຈິດວິນຍານ ແລະຄວາມຫວັງຂອງພວກເຂົາຂຶ້ນໃໝ່.
ທຸກສິ່ງເຫຼົ່ານີ້ແມ່ນມືຂອງເຮົາເອງໄດ້ສ້າງທັງໝົດ ສິ່ງທັງໝົດເຫຼົ່ານີ້ຈຶ່ງເກີດຂື້ນມາ. ພຣະເຈົ້າຢາເວກ່າວດັ່ງນີ້: ແຕ່ເຮົາພໍໃຈນຳຜູ້ທີ່ຖ່ອມໃຈ ແລະຜູ້ທີ່ຍອມກັບໃຈໃໝ່ ແລະຜູ້ທີ່ຢຳເກງເຊື່ອຟັງຖ້ອຍຄຳຂອງເຮົາຈົນຕົວສັ່ນ.
ຜູ້ໃດແດ່ບໍ່ຍ້ອງຍໍໃຫ້ກຽດ? ກະສັດທຸກຊົນຊາດເອີຍ ພຣະອົງເປັນຜູ້ສົມຄວນຈະໄດ້ຮັບກຽດຕິຍົດ. ທ່າມກາງພວກນັກປາດຂອງຊົນຊາດທັງຫລາຍ ໃນບັນດາກະສັດຂອງພວກເຂົາບໍ່ມີຜູ້ໃດຄືພຣະອົງໄດ້.
ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໃຫ້ກ່າວຕໍ່ປະຊາຊົນວ່າ, “ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: ພວກເຈົ້າຕ້ອງເຊື່ອຟັງເຮົາ ໂດຍເຮັດຕາມຄຳສັ່ງສອນທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້ານັ້ນ
ແຕ່ພໍພວກເຂົາໄດ້ເຂົ້າຄອບຄອງດິນແດນນີ້ແລ້ວ ກໍບໍ່ໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ ຫລືດຳເນີນຊີວິດຕາມຄຳສັ່ງສອນຂອງພຣະອົງ; ພວກເຂົາບໍ່ໄດ້ເຮັດຕາມສິ່ງທີ່ພຣະອົງໄດ້ສັ່ງໃຫ້ເຮັດ. ສະນັ້ນ ພຣະອົງຈຶ່ງໄດ້ນຳໄພພິບັດນີ້ມາສູ່ພວກເຂົາ.
ແຕ່ບໍ່ເຫັນກະສັດຫລືຂ້າຣາຊການຂອງເພິ່ນຜູ້ໜຶ່ງຜູ້ໃດ ທີ່ໄດ້ຍິນຖ້ອຍຄຳທັງໝົດນັ້ນແລ້ວເກີດຢ້ານກົວ ຫລືສະແດງຄວາມເສຍໃຈແຕ່ຢ່າງໃດ.
ໄພພິບັດທີ່ຕົກມາຖືກພວກເຈົ້າໃນເວລານີ້ ກໍຍ້ອນພວກເຈົ້າໄດ້ຖວາຍບູຊາແກ່ບັນດາພະອື່ນ ແລະທັງໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວດ້ວຍ ໂດຍບໍ່ໄດ້ເຊື່ອຟັງຂໍ້ຄຳສັ່ງທັງໝົດຂອງພຣະອົງ.”
ແມ່ນແທ້ ພຣະເຈົ້າຢາເວຊອກຫາຄວາມສັດຊື່ ພຣະອົງຂ້ຽນຕີພວກເຈົ້າ ແຕ່ກໍບໍ່ສົນໃຈຮໍ່າຮຽນ; ພຣະອົງໄດ້ຢຽບຢໍ່າພວກເຈົ້າ ແຕ່ກໍບໍ່ຍອມຮໍ່າຮຽນ ພວກເຈົ້າດື້ດ້ານທັງບໍ່ຍອມຫັນໜີຈາກການບາບ.
ພວກເຂົາອັບອາຍຂາຍໜ້າບໍ ທີ່ໄດ້ກະທຳສິ່ງອັນໜ້າລັງກຽດເຊັ່ນນີ້? ບໍ່ເລີຍ ພວກເຂົາບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຂົາຢູ່ຊື່ໆບໍ່ແດງຊໍ້າ. ສະນັ້ນ ພວກເຂົາຈຶ່ງຈະລົ້ມລົງດັ່ງຄົນອື່ນທີ່ໄດ້ລົ້ມລົງ; ເມື່ອເຮົາລົງໂທດພວກເຂົາກໍແມ່ນຈຸດຈົບສຳລັບພວກເຂົາສາແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ່ ພວກເຈົ້າບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຈົ້າຊື່ໆ ແລະບໍ່ແດງເລີຍ ສະນັ້ນ ພວກເຈົ້າຈຶ່ງຈະລົ້ມລົງດັ່ງພວກອື່ນທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍແມ່ນຈຸດຈົບສຳລັບພວກເຈົ້າເທົ່ານັ້ນແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
“ຈົ່ງໄປທົ່ວນະຄອນເຢຣູຊາເລັມ ແລະເຮັດເຄື່ອງໝາຍໃສ່ໜ້າຜາກທຸກຄົນທີ່ທຸກໃຈແລະເດືອດຮ້ອນ ເພາະສິ່ງອັນໜ້າກຽດຊັງທັງໝົດທີ່ຄົນໃນເມືອງນີ້ໄດ້ເຮັດຂຶ້ນ.”
ແຕ່ສຳລັບພວກທີ່ຢຳເກງນາມຂອງເຮົາ ເຮົາຈະນຳຄວາມພົ້ນມາໃຫ້ພວກເຂົາ ດ້ວຍອານຸພາບອັນຮຸ່ງເຮືອງຂອງເຮົາ ດັ່ງດວງຕາເວັນຂຶ້ນ ແລະຈະນຳເອົາການປິ່ນປົວມາສູ່ພວກເຂົາ ດັ່ງແສງດວງອາທິດ. ພວກເຈົ້າຈະເປັນອິດສະຫລະເສລີແລະມີຄວາມສຸກ ດັ່ງລູກງົວທີ່ອອກມາຈາກຄອກ.
ເມື່ອນາຍທະຫານກັບພວກທະຫານທີ່ເຝົ້າພຣະເຢຊູເຈົ້າ ໄດ້ເຫັນແຜ່ນດິນຫວັ່ນໄຫວ ແລະເຫດການທັງໝົດທີ່ເກີດຂຶ້ນນັ້ນ ພວກເຂົາກໍສະທ້ານຢ້ານກົວຫລາຍ ຈຶ່ງເວົ້າວ່າ, “ເພິ່ນແມ່ນພຣະບຸດຂອງພຣະເຈົ້າແທ້ຈິງ.”
ແຕ່ຜູ້ຮ້າຍຄົນໜຶ່ງອີກຕຳໜິລາວ ແລະເວົ້າວ່າ, “ໂຕບໍ່ຢ້ານພຣະເຈົ້າບໍ? ໂຕກໍຖືກໂທດເໝືອນກັນກັບເພິ່ນ.
ຖືກຕ້ອງແລ້ວ ຍ້ອນວ່າພວກເຂົາບໍ່ເຊື່ອ ຈຶ່ງຖືກຫັກອອກ, ແຕ່ທີ່ເຈົ້າຢູ່ໄດ້ນັ້ນ ກໍຍ້ອນຄວາມເຊື່ອຂອງເຈົ້າເທົ່ານັ້ນ. ດັ່ງນັ້ນ ເຈົ້າຢ່າສູ່ເປັນຜູ້ຈອງຫອງ, ແຕ່ຈົ່ງເປັນຜູ້ທີ່ຢຳເກງ.
ດ້ວຍເຫດນັ້ນ ພວກເຈົ້າຈົ່ງຖ່ອມໃຈລົງ ຢູ່ໃຕ້ພຣະຫັດອັນຊົງຣິດຂອງພຣະເຈົ້າ ເພື່ອພຣະອົງຈະຊົງຍົກພວກເຈົ້າຂຶ້ນ ເມື່ອເຖິງເວລາອັນຄວນ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ໃຜໜໍຈະບໍ່ຢຳເກງພຣະອົງ ແລະຈະບໍ່ຖວາຍກຽດແດ່ພຣະນາມຂອງພຣະອົງ ເພາະພຣະອົງຜູ້ດຽວຊົງເປັນຜູ້ບໍຣິສຸດ. ປະຊາຊາດທັງປວງຈະມານະມັດສະການ ຕໍ່ພຣະພັກພຣະອົງ ເພາະກິດຈະການອັນຍຸດຕິທຳຂອງພຣະອົງ ກໍປາກົດແຈ້ງແລ້ວ.”