ພຣະອົງເຊົາຮັກພວກເຮົາແລ້ວຊັ້ນບໍ? ຄຳສັນຍາຂອງພຣະອົງບໍ່ຢັ້ງຢືນຕໍ່ໄປອີກຫລືນີ້?
2 ເປໂຕ 3:9 - ພຣະຄຳພີສັກສິ ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງເສີຍຊ້າ ທີ່ຈະເຮັດໃຫ້ພຣະສັນຍາຂອງພຣະອົງສຳເລັດ ເໝືອນດັ່ງທີ່ບາງຄົນນັ້ນຄິດວ່າຊ້າ ແຕ່ພຣະອົງຊົງອົດທົນດົນນານ ເພາະເຫັນແກ່ເຈົ້າທັງຫຼາຍ. ພຣະອົງບໍ່ປະສົງໃຫ້ຜູ້ໃດຜູ້ໜຶ່ງຕ້ອງຈິບຫາຍໄປ, ແຕ່ຊົງປາຖະໜາທີ່ຈະໃຫ້ຄົນທັງປວງ ມາເຖິງການຖິ້ມໃຈເກົ່າເອົາໃຈໃໝ່. ພຣະຄຳພີລາວສະບັບສະໄໝໃໝ່ ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊ້າທີ່ຈະເຮັດຕາມສັນຍາເໝືອນດັ່ງທີ່ບາງຄົນເຂົ້າໃຈວ່າຊ້າ. ແຕ່ພຣະອົງອົດທົນຕໍ່ພວກເຈົ້າ, ພຣະອົງບໍ່ຕ້ອງການໃຫ້ຜູ້ໃດຈິບຫາຍໄປ, ແຕ່ຕ້ອງການໃຫ້ທຸກຄົນກັບມາເພື່ອຖິ້ມໃຈເກົ່າເອົາໃຈໃໝ່. |
ພຣະອົງເຊົາຮັກພວກເຮົາແລ້ວຊັ້ນບໍ? ຄຳສັນຍາຂອງພຣະອົງບໍ່ຢັ້ງຢືນຕໍ່ໄປອີກຫລືນີ້?
ຂ້າແດ່ອົງພຣະຜູ້ເປັນເຈົ້າ ແຕ່ພຣະອົງເປັນພຣະເຈົ້າຊົງພຣະເມດຕາ ແລະຊົງພຣະຄຸນ ບໍ່ຮ້າຍງ່າຍ ແລະມີຄວາມຮັກອັນໝັ້ນຄົງ ແລະສັດຊື່ຢູ່ສະເໝີ.
ຖ້າເຮັດເຊັ່ນນີ້ ແລະເມື່ອພຣະເຈົ້າສັ່ງການແລ້ວ ເຈົ້າກໍຈະບໍ່ອ່ອນເພຍເສຍກຳລັງເຈົ້າເອງ ແລະປະຊາຊົນພວກນີ້ທຸກຄົນຈະກັບບ້ານໃຜເຮືອນລາວ ໂດຍທີ່ບັນຫາຂອງແຕ່ລະຄົນໄດ້ຮັບການແກ້ໄຂໄປດ້ວຍດີ.”
ກະລຸນາຍົກບາບໃຫ້ພວກເຂົາດ້ວຍ; ຖ້າບໍ່ດັ່ງນັ້ນ ຈົ່ງລຶບຊື່ຂອງຂ້ານ້ອຍອອກຈາກປື້ມບັນຊີແຫ່ງຊີວິດປະຊາຊົນຂອງພຣະອົງສາເຖີດ.”
ພຣະເຈົ້າຢາເວກ່າວແກ່ໂມເຊໜ້າຕໍ່ໜ້າ ດັ່ງຄົນໜຶ່ງທີ່ກ່າວຕໍ່ເພື່ອນຂອງຕົນ. ແລ້ວໂມເຊກໍກັບຄືນເມືອຄ້າຍພັກ, ສ່ວນໂຢຊວຍລູກຊາຍຂອງນູນ ຜູ້ຮັບໃຊ້ທີ່ໜຸ່ມແໜ້ນຂອງເພິ່ນໄດ້ປະຈຳຢູ່ໃນຫໍເຕັນ.
ແລ້ວພຣະເຈົ້າຢາເວກໍຍ່າງຜ່ານໂມເຊໄປພ້ອມທັງປະກາດວ່າ, “ພຣະເຈົ້າຢາເວ ພຣະເຈົ້າຢາເວ ພຣະເຈົ້າອົງເຕັມໄປດ້ວຍຄວາມເມດຕາແລະເຕັມລົ້ນດ້ວຍພຣະຄຸນ ຜູ້ບໍ່ຮ້າຍງ່າຍ ແລະຜູ້ສຳແດງຄວາມຮັກອັນໝັ້ນຄົງແລະສັດຊື່.
ເປັນຫຍັງຄົນຈຶ່ງພ້ອມທີ່ຈະເຮັດຊົ່ວກັນແທ້? ກໍເພາະຄົນທີ່ເຮັດຊົ່ວນັ້ນບໍ່ໄດ້ຖືກລົງໂທດໃຫ້ໄວທັນການ.
ເຖິງປານນັ້ນກໍຕາມ ພຣະເຈົ້າຢາເວກໍຍັງລໍຖ້າ ເພື່ອໃຫ້ຄວາມເມດຕາແກ່ພວກເຈົ້າຢູ່. ພຣະອົງພ້ອມທີ່ຈະໃຫ້ຄວາມເມດຕາສົງສານແກ່ພວກເຈົ້າ ຍ້ອນພຣະເຈົ້າຢາເວແມ່ນພຣະເຈົ້າແຫ່ງການຕັດສິນ. ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະອົງ.
ເຮົາພວມນຳມື້ໄຊຊະນະເຂົ້າມາໃກ້ທຸກທີ ເປັນໄຊຊະນະທີ່ບໍ່ຢູ່ໄກແຕ່ຢ່າງໃດຈັກດີ້. ຄວາມມີໄຊຂອງເຮົາຈະບໍ່ຖືກເຮັດໃຫ້ຊັກຊ້າໄປ ເຢຣູຊາເລັມແລະອິດສະຣາເອນ ຈະມີຜູ້ຊ່ວຍທັງໄດ້ຮັບກຽດ.”
ຈົ່ງບອກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ຢ່າງແນ່ແທ້ ເຮົາຈະບໍ່ດີໃຈເມື່ອເຫັນຄົນບາບຜູ້ໜຶ່ງຕາຍໄປ. ເຮົາຈະດີໃຈຫລາຍກວ່າເມື່ອເຫັນລາວເຊົາເຮັດບາບແລະມີຊີວິດຢູ່. ຊາດອິດສະຣາເອນເອີຍ ຈົ່ງເຊົາເຮັດການຊົ່ວຮ້າຍທີ່ພວກເຈົ້າກຳລັງເຮັດຢູ່ນັ້ນສາ. ເປັນຫຍັງພວກເຈົ້າຈຶ່ງຢາກຕາຍ?’
ຫລັງຈາກສິບສອງເດືອນຕໍ່ມາ ໃນຂະນະທີ່ເພິ່ນກຳລັງຍ່າງຢູ່ເທິງຫລັງຄາວັງທີ່ນະຄອນບາບີໂລນ
ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກຳນົດນັ້ນກໍຈະມາເຖິງໃນໄວໆນີ້ ແລະສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະມັນຈະບໍ່ຊັກຊ້າ.
ນອກນີ້ພວກເຈົ້າຮູ້ວ່າ, ບັດນີ້ເຖິງເວລາແລ້ວ ທີ່ພວກເຈົ້າຄວນຈະຕື່ນຈາກຫລັບ. ດ້ວຍວ່າ, ເວລາທີ່ພວກເຮົາຈະພົ້ນນັ້ນ ກໍໃກ້ກວ່າເວລາທີ່ພວກເຮົາໄດ້ເຊື່ອໃນຕອນທຳອິດນັ້ນ.
ກາງຄືນກໍລ່ວງໄປຫລາຍແລ້ວ ແລະກາງເວັນກໍໃກ້ເຂົ້າມາແລ້ວ, ໃຫ້ພວກເຮົາເລີກເຮັດການຝ່າຍຄວາມມືດ ແລະຈົ່ງປະກອບຕົວດ້ວຍອາວຸດແຫ່ງຄວາມສະຫວ່າງ.
ຫລືວ່າ ເຈົ້າໝິ່ນປະໝາດພຣະກະລຸນາຄຸນອັນບໍຣິບູນ ແລະຄວາມອົດກັ້ນພຣະໄທກັບຄວາມອົດທົນຂອງພຣະອົງ, ເຈົ້າບໍ່ຮູ້ຫລືວ່າ ພຣະກະລຸນາຄຸນຂອງພຣະເຈົ້ານັ້ນ ກໍເພື່ອນຳເຈົ້າໃຫ້ກັບໃຈເສຍໃໝ່.
ດັ່ງນັ້ນ ພຣະອົງຢາກສຳແດງຄວາມໂກດຮ້າຍຂອງພຣະອົງ ແລະເຮັດໃຫ້ຣິດເດດອຳນາດຂອງພຣະອົງເປັນທີ່ປາກົດ, ພຣະອົງຈຶ່ງຊົງອົດກັ້ນໄວ້ດົນນານຕໍ່ພວກເຫຼົ່ານັ້ນ ທີ່ເປັນພາຊະນະອັນສົມຄວນແກ່ຄວາມໂກດຮ້າຍ ຄືຜູ້ທີ່ຈັດຕຽມໄວ້ສຳລັບຄວາມຈິບຫາຍ.
ແຕ່ດ້ວຍເຫດນີ້ເອງ ພຣະເຈົ້າຈຶ່ງເມດຕາຕໍ່ເຮົາ ເພື່ອວ່າພຣະເຢຊູຄຣິດເຈົ້າຈະໄດ້ຊົງສຳແດງໃຫ້ເຮົາເຫັນ ເຖິງຄວາມອົດທົນຢ່າງລົ້ນເຫລືອຂອງພຣະອົງ ຊຶ່ງມີຕໍ່ເຮົາທີ່ເປັນຄົນບາບໜາທີ່ສຸດ ເພື່ອໃຫ້ເປັນແບບຢ່າງສຳລັບທຸກຄົນ ທີ່ຈະໄດ້ເຊື່ອໃນພຣະອົງ ແລະຮັບຊີວິດນິຣັນດອນ.
ພຣະອົງຊົງມີພຣະປະສົງໃຫ້ທຸກຄົນໄດ້ເຖິງຄວາມພົ້ນ ແລະໃຫ້ມາຮູ້ຈັກຄວາມຈິງ.
ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, “ອີກບໍ່ດົນ ບໍ່ນານເທົ່າໃດ ພຣະອົງຜູ້ທີ່ຈະສະເດັດມາ ກໍຈະສະເດັດມາ ແລະຈະບໍ່ຊັກຊ້າ.
ຊຶ່ງເມື່ອກ່ອນນັ້ນບໍ່ໄດ້ຍອມເຊື່ອຟັງພຣະເຈົ້າ ຄືເມື່ອພຣະເຈົ້າຊົງສຳແດງຄວາມອົດທົນດົນນານ. ໃນສະໄໝຂອງໂນອາ ຂະນະທີ່ເພິ່ນກຳລັງສ້າງເຮືອຢູ່ ໃນເຮືອມີຄົນຈຳນວນໜ້ອຍ ຄືແປດຄົນທີ່ໄດ້ຜ່ານພົ້ນນໍ້າຖ້ວມນັ້ນ.
ດ້ວຍສິ່ງເຫຼົ່ານັ້ນ ພຣະອົງໄດ້ຊົງປະທານພຣະສັນຍາປະເສີດອັນໃຫຍ່ຫລວງແກ່ເຮົາທັງຫລາຍ ເພື່ອວ່າດ້ວຍສິ່ງເຫຼົ່ານີ້ ພວກເຈົ້າຈຶ່ງໜີພົ້ນໄດ້ຈາກຄວາມເສື່ອມໂຊມທີ່ມີຢູ່ໃນໂລກນີ້ເພາະຕັນຫາ ແລະຈະໄດ້ຮັບສ່ວນໃນສະພາບຂອງພຣະອົງ.
ຈົ່ງຖືວ່າການທີ່ອົງພຣະຜູ້ເປັນເຈົ້າຂອງພວກເຮົາທັງຫລາຍ ຊົງອົດກັ້ນພຣະໄທໄວ້ດົນນານນັ້ນ ກໍເພື່ອໂຜດພວກເຮົາໃຫ້ລອດພົ້ນ ເໝືອນດັ່ງໂປໂລນ້ອງທີ່ຮັກຂອງເຮົາ ໄດ້ຂຽນຈົດໝາຍເຖິງເຈົ້າທັງຫລາຍ ຕາມສະຕິປັນຍາທີ່ໄດ້ຊົງປະທານແກ່ເພິ່ນນັ້ນ.
ເຮົາໄດ້ໃຫ້ໂອກາດນາງກັບໃຈໃໝ່ ແຕ່ນາງບໍ່ຢາກກັບໃຈຈາກການຜິດສິນທຳທາງເພດຂອງຕົນ.