ເຖິງແມ່ນວ່າເມື່ອກ່ອນນັ້ນ ເຮົາໄດ້ເປັນຄົນຫຍາບຊ້າ ຂົ່ມເຫັງ ແລະໝິ່ນປະໝາດພຣະອົງ ແຕ່ເຮົາກໍຍັງໄດ້ຮັບພຣະກະລຸນາ ເພາະວ່າທີ່ເຮົາໄດ້ເຮັດຢ່າງນັ້ນ ກໍດ້ວຍຄວາມບໍ່ຮູ້ແລະດ້ວຍຄວາມບໍ່ເຊື່ອ.
ເຖິງແມ່ນວ່າຄັ້ງໜຶ່ງເຮົາເຄີຍເປັນຜູ້ໝິ່ນປະໝາດພຣະອົງ, ເປັນຜູ້ຂົ່ມເຫັງ ແລະ ເປັນຜູ້ໃຊ້ຄວາມຮຸນແຮງ, ແຕ່ພຣະອົງເມດຕາເຮົາເພາະເຮົາໄດ້ເຮັດໄປດ້ວຍຄວາມບໍ່ຮູ້ ແລະ ບໍ່ເຊື່ອ.
ເຮົາຈະໃຫ້ປະຊາຊົນຂອງເຮົາຕັ້ງຫຼັກແຫຼ່ງຢູ່ໃນດິນແດນ ແລະໃຫ້ອຸດົມສົມບູນຍິ່ງໆຂຶ້ນ. ເຮົາຈະໃຫ້ຄວາມຮັກຕໍ່ຜູ້ທີ່ຖືກເອີ້ນວ່າ, “ຂາດຮັກ” ແລະຜູ້ທີ່ຖືກເອີ້ນວ່າ, “ບໍ່ແມ່ນປະຊາຊົນຂອງເຮົາ” ດ້ວຍ. ເຮົາຈະກ່າວວ່າ, “ພວກເຈົ້າເປັນປະຊາຊົນຂອງເຮົາ.” ພວກເຂົາຈະຕອບວ່າ, “ພຣະອົງຊົງເປັນພຣະເຈົ້າຂອງພວກຂ້ານ້ອຍ.”
ແຕ່ເມື່ອແຜໃໝ່ນັ້ນດີ ປ່ຽນເປັນສີຂາວອີກ ຕ້ອງໃຫ້ລາວໄປຫາປະໂຣຫິດ
ແຕ່ຖ້າບຸກຄົນໃດ ບໍ່ວ່າຄົນອິດສະຣາເອນໂດຍກຳເນີດ ຫລືຄົນຕ່າງດ້າວທີ່ໄດ້ມາອາໄສຢູ່ນຳກໍດີ ຫາກເຮັດບາບໂດຍຕັ້ງໃຈດູໝິ່ນປະໝາດພຣະເຈົ້າຢາເວ ກໍໃຫ້ລົງໂທດບຸກຄົນນັ້ນໃຫ້ເຖິງຕາຍ;
“ຂ້ອຍໃຊ້ທີ່ຮູ້ຈັກໃຈນາຍ, ແຕ່ບໍ່ໄດ້ຈັດຕຽມຕົວໄວ້ ແລະບໍ່ໄດ້ເຮັດຕາມໃຈນາຍ ກໍຈະຕ້ອງຖືກຂ້ຽນຫລາຍບາດ.
ພຣະເຢຊູເຈົ້າພາວັນນາອະທິຖານວ່າ, “ພຣະບິດາເຈົ້າເອີຍ ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ ເພາະພວກເຂົາບໍ່ຮູ້ຈັກວ່າ ພວກເຂົາກຳລັງເຮັດຫຍັງ.” ແລ້ວພວກທະຫານກໍແບ່ງປັນເຄື່ອງນຸ່ງຂອງພຣະອົງ ໂດຍໃຊ້ສະຫລາກ.
ຂ້າພະເຈົ້າໄດ້ຂົ່ມເຫັງຄົນທັງຫລາຍ ທີ່ຖືໃນທາງນັ້ນຈົນພວກເຂົາເສຍຊີວິດ, ຂ້າພະເຈົ້າໄດ້ຈັບເອົາຊາຍຍິງ ແລະນຳພວກເຂົາໄປຂັງຄຸກ.
ມາບັດນີ້ ພີ່ນ້ອງທັງຫລາຍເອີຍ ຂ້າພະເຈົ້າຮູ້ວ່າ ສິ່ງທີ່ພວກທ່ານກັບບັນດາຜູ້ນຳຂອງພວກທ່ານ ໄດ້ເຮັດຕໍ່ພຣະເຢຊູເຈົ້ານັ້ນ ກໍເຮັດໄປດ້ວຍຄວາມບໍ່ຮູ້ບໍ່ເຂົ້າໃຈ.
ສ່ວນໂຊໂລນັ້ນໄດ້ພະຍາຍາມທຳລາຍຄຣິສຕະຈັກຢ່າງຮຸນແຮງ ໂດຍເຂົ້າໄປຕາມບ້ານເຮືອນ ລາກເອົາບາງຄົນທີ່ເຊື່ອທັງຊາຍທັງຍິງອອກມາ ແລະນຳໄປຂັງໄວ້ໃນຄຸກ.
ຝ່າຍໂຊໂລສືບຕໍ່ຂູ່ເຂັນວ່າຈະຂ້າພວກສິດຂອງອົງພຣະຜູ້ເປັນເຈົ້າເສຍ ຈຶ່ງໄປຫາມະຫາປະໂຣຫິດ,
ເມື່ອອານາເນຍໄດ້ຍິນເຊັ່ນນັ້ນ ກໍຕອບວ່າ, “ຂ້າແດ່ພຣະອົງເຈົ້າ ຫລາຍຄົນໄດ້ບອກຂ້ານ້ອຍເຖິງເລື່ອງຊາຍຄົນນີ້ ຕະຫລອດທັງຄວາມຊົ່ວຮ້າຍທີ່ລາວໄດ້ເຮັດຕໍ່ໄພ່ພົນບໍຣິສຸດຂອງພຣະອົງໃນນະຄອນເຢຣູຊາເລັມ.
ໂຊໂລໄດ້ທູນຖາມວ່າ, “ພຣະອົງເຈົ້າເອີຍ ພຣະອົງແມ່ນຜູ້ໃດ?” ພຣະອົງຕອບວ່າ, “ເຮົານີ້ແມ່ນເຢຊູຜູ້ເຈົ້າຂົ່ມເຫັງນັ້ນແຫຼະ
ດ້ວຍວ່າ, ເຮົາເປັນຜູ້ນ້ອຍທີ່ສຸດ ໃນບັນດາອັກຄະສາວົກທຸກຄົນ ເຮົາຈຶ່ງບໍ່ສົມຄວນໃຫ້ຄົນເອີ້ນເຮົາວ່າ, ອັກຄະສາວົກ ເພາະເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າ.
ເລື່ອງຄົນໂສດນັ້ນ ເຮົາບໍ່ໄດ້ຮັບຄຳສັ່ງຈາກອົງພຣະຜູ້ເປັນເຈົ້າ, ແຕ່ເຮົາຂໍໃຫ້ຄວາມຄິດເຫັນໃນຖານະທີ່ສົມກັບເປັນຜູ້ໄດ້ຮັບພຣະຄຸນຂອງອົງພຣະຜູ້ເປັນເຈົ້າ ໃຫ້ເປັນຜູ້ທີ່ໄວ້ໃຈໄດ້.
ເພາະວ່າ ເຈົ້າທັງຫລາຍໄດ້ຍິນເຖິງຊີວິດເບື້ອງຫລັງຂອງເຮົາ ເມື່ອເຮົາຍັງຢູ່ໃນລັດທິຢິວນັ້ນວ່າ ເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າຢ່າງຮ້າຍແຮງເຫລືອເກີນ ແລະທຳຮ້າຍຕໍ່ຄຣິສຕະຈັກນັ້ນ.
ໃນດ້ານໃຈຮ້ອນຮົນ, ເຮົາກໍໄດ້ຂົ່ມເຫັງຄຣິສຕະຈັກ ໃນດ້ານຄວາມຊອບທຳ ຊຶ່ງມີຢູ່ໂດຍກົດບັນຍັດ ເຮົາກໍບໍ່ມີທີ່ຕິຕຽນໄດ້.
ແຕ່ດ້ວຍເຫດນີ້ເອງ ພຣະເຈົ້າຈຶ່ງເມດຕາຕໍ່ເຮົາ ເພື່ອວ່າພຣະເຢຊູຄຣິດເຈົ້າຈະໄດ້ຊົງສຳແດງໃຫ້ເຮົາເຫັນ ເຖິງຄວາມອົດທົນຢ່າງລົ້ນເຫລືອຂອງພຣະອົງ ຊຶ່ງມີຕໍ່ເຮົາທີ່ເປັນຄົນບາບໜາທີ່ສຸດ ເພື່ອໃຫ້ເປັນແບບຢ່າງສຳລັບທຸກຄົນ ທີ່ຈະໄດ້ເຊື່ອໃນພຣະອົງ ແລະຮັບຊີວິດນິຣັນດອນ.
ດ້ວຍເຫດນັ້ນ ຈົ່ງໃຫ້ເຮົາທັງຫລາຍມີໃຈກ້າເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ ເພື່ອພວກເຮົາຈະໄດ້ຮັບພຣະເມດຕາ ແລະພົບພຣະຄຸນທີ່ຈະຊ່ວຍເຮົາໃນເວລາທີ່ຕ້ອງການ.
ຄືເມື່ອກ່ອນນັ້ນ ເຈົ້າທັງຫຼາຍບໍ່ມີຊາດ, ແຕ່ບັດນີ້ເປັນພົນລະເມືອງຂອງພຣະເຈົ້າ ເມື່ອກ່ອນພວກເຈົ້າບໍ່ໄດ້ຮັບພຣະກະລຸນາ, ແຕ່ບັດນີ້ພວກເຈົ້າໄດ້ຮັບພຣະກະລຸນາແລ້ວ.