ດັ່ງນັ້ນ ຄຣິສຕະຈັກຕ່າງໆຈຶ່ງເຂັ້ມແຂງໃນຄວາມເຊື່ອ ແລະ ສະມາຊິກກໍມີຈຳນວນເພີ່ມຂຶ້ນທຸກວັນ.
ໂຣມ 1:11 - ພຣະຄຳພີລາວສະບັບສະໄໝໃໝ່ ເຮົາປາຖະໜາຢາກເຫັນພວກເຈົ້າເພື່ອເຮົາຈະໄດ້ແບ່ງປັນຂອງປະທານຝ່າຍຈິດວິນຍານບາງຢ່າງໃຫ້ແກ່ພວກເຈົ້າ ເພື່ອເຮັດໃຫ້ພວກເຈົ້າເຂັ້ມແຂງ ພຣະຄຳພີສັກສິ ດ້ວຍວ່າ, ເຮົາປາຖະໜາຢາກເຫັນພວກເຈົ້າຫລາຍ ເພື່ອຈະໄດ້ນຳເອົາຂອງປະທານຝ່າຍຈິດວິນຍານບາງຢ່າງ ມາໃຫ້ພວກເຈົ້າເພື່ອເສີມກຳລັງໃຈພວກເຈົ້າ. |
ດັ່ງນັ້ນ ຄຣິສຕະຈັກຕ່າງໆຈຶ່ງເຂັ້ມແຂງໃນຄວາມເຊື່ອ ແລະ ສະມາຊິກກໍມີຈຳນວນເພີ່ມຂຶ້ນທຸກວັນ.
ຫລັງຈາກເຫດການເຫລົ່ານີ້ເກີດຂຶ້ນແລ້ວ, ໂປໂລກໍຕັດສິນໃຈວ່າຈະໄປເຢຣູຊາເລັມ, ໂດຍຜ່ານທາງແຂວງມາເກໂດເນຍ ແລະ ອະຂາຢາ. ເພິ່ນກ່າວວ່າ, “ຫລັງຈາກທີ່ເຮົາໄດ້ໄປທີ່ນັ້ນແລ້ວ, ເຮົາຕ້ອງໄປຢ້ຽມຢາມໂຣມເໝືອນກັນ”.
ເມື່ອໂປໂລວາງມືໃສ່ພວກເຂົາ, ພຣະວິນຍານບໍລິສຸດເຈົ້າກໍລົງມາເທິງພວກເຂົາ ແລະ ພວກເຂົາກໍເວົ້າພາສາແປກໆ ແລະ ທຳນວາຍ.
ຄືວ່າພວກເຈົ້າ ແລະ ເຮົາຈະໄດ້ໜູນໃຈເຊິ່ງກັນແລະກັນໂດຍຄວາມເຊື່ອຂອງພວກເຮົາທັງສອງຝ່າຍ.
ແຕ່ບັດນີ້ບໍ່ມີບ່ອນໃດເຫລືອໃຫ້ເຮົາເຮັດພາລະກິດໃນຂົງເຂດເຫລົ່ານີ້ແລ້ວ ແລະ ເນື່ອງຈາກເຮົາປາຖະໜາທີ່ຈະມາຫາພວກເຈົ້າຫລາຍປີແລ້ວ
ເຮົາຮູ້ວ່າ ເມື່ອມາຫາພວກເຈົ້ານັ້ນ ເຮົາຈະມາພ້ອມດ້ວຍພອນອັນບໍລິບູນຂອງພຣະຄຣິດເຈົ້າ.
ເພື່ອວ່າ ໂດຍຄວາມປະສົງຂອງພຣະເຈົ້າ ເຮົາຈະໄດ້ມາຫາພວກເຈົ້າດ້ວຍຄວາມຊື່ນຊົມຍິນດີ ແລະ ໄດ້ຮັບຄວາມຊື່ນໃຈຮ່ວມກັນກັບພວກເຈົ້າ.
ບັດນີ້ ແດ່ພຣະອົງຜູ້ສາມາດເຮັດໃຫ້ພວກເຈົ້າຕັ້ງໝັ້ນຄົງຢູ່ໂດຍຂ່າວປະເສີດຂອງເຮົາຄື ຂໍ້ຄວາມທີ່ເຮົາໄດ້ປະກາດເລື່ອງພຣະເຢຊູຄຣິດເຈົ້າ ເຊິ່ງສອດຄ່ອງກັບການເປິດເຜິຍຂໍ້ເລິກລັບທີ່ໄດ້ປິດບັງໄວ້ຕັ້ງແຕ່ເວລາດົນນານຜ່ານມາ,
ເພາະເຮົາໝັ້ນໃຈໃນເລື່ອງນີ້, ເຮົາຈຶ່ງຢາກຈະມາຢ້ຽມຢາມພວກເຈົ້າກ່ອນ ເພື່ອວ່າພວກເຈົ້າຈະໄດ້ປະໂຫຍດສອງເທົ່າ.
ບັດນີ້ແມ່ນພຣະເຈົ້າທີ່ເຮັດໃຫ້ທັງພວກເຮົາ ແລະ ພວກເຈົ້າຕັ້ງໝັ້ນໃນພຣະຄຣິດເຈົ້າ. ພຣະອົງໄດ້ເຈີມພວກເຮົາ,
ເພາະຖ້າຜູ້ໃດມາຫາພວກເຈົ້າ ແລະ ເທດສະໜາເລື່ອງພຣະເຢຊູເຈົ້າຕ່າງຈາກທີ່ພວກເຮົາໄດ້ເທດສະໜາເລື່ອງພຣະເຢຊູເຈົ້າໄວ້ ຫລື ວ່າຖ້າພວກເຈົ້າຮັບວິນຍານອື່ນແຕກຕ່າງຈາກພຣະວິນຍານທີ່ພວກເຈົ້າເຄີຍໄດ້ຮັບ ຫລື ວ່າຂ່າວປະເສີດອື່ນແຕກຕ່າງຈາກທີ່ພວກເຈົ້າເຄີຍໄດ້ຮັບ, ພວກເຈົ້າກໍທົນຮັບສິ່ງເຫລົ່ານັ້ນໄດ້ງ່າຍດາຍແທ້ນໍ.
ແລະ ໃຈຂອງພວກເຂົາຈະຄິດເຖິງພວກເຈົ້າຂະນະທີ່ອະທິຖານເພື່ອພວກເຈົ້າ ເພາະພຣະຄຸນອັນລົ້ນເຫລືອທີ່ພຣະເຈົ້າໄດ້ໃຫ້ແກ່ພວກເຈົ້າ.
ພຣະເຈົ້າເປັນພະຍານໄດ້ວ່າເຮົາປາຖະໜາຈະພົບພວກເຈົ້າດ້ວຍຄວາມຮັກຂອງພຣະຄຣິດເຈົ້າເຢຊູຫລາຍຂະໜາດໃດ.
ເພາະເພິ່ນຄິດເຖິງພວກເຈົ້າທັງໝົດຫລາຍ ແລະ ເປັນທຸກໃຈເພາະພວກເຈົ້າໄດ້ຮັບຂ່າວວ່າເພິ່ນບໍ່ສະບາຍ.
ເຫດສະນັ້ນ, ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າເປັນຜູ້ທີ່ເຮົາຮັກ ແລະ ປາຖະໜາຫາ, ເປັນຄວາມຍິນດີ ແລະ ເປັນມົງກຸດຂອງເຮົາ, ເພື່ອນທີ່ຮັກຂອງເຮົາເອີຍ ຈົ່ງຕັ້ງໝັ້ນຄົງຢູ່ໃນທາງຂອງອົງພຣະຜູ້ເປັນເຈົ້າ!
ຂໍພຣະອົງເຮັດໃຫ້ຈິດໃຈຂອງພວກເຈົ້າເຂັ້ມແຂງຂຶ້ນເພື່ອວ່າພວກເຈົ້າຈະບໍ່ມີຕຳໜິ ແລະ ບໍລິສຸດຕໍ່ໜ້າພຣະເຈົ້າພຣະບິດາຂອງພວກເຮົາເມື່ອພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາມາປາກົດພ້ອມກັບຜູ້ບໍລິສຸດທັງປວງຂອງພຣະອົງ.
ພວກເຮົາໄດ້ສົ່ງຕີໂມທຽວຜູ້ເປັນນ້ອງຊາຍຂອງພວກເຮົາ ແລະ ເປັນເພື່ອນຮ່ວມຮັບໃຊ້ພຣະເຈົ້າໃນການເຜີຍແຜ່ຂ່າວປະເສີດຂອງພຣະຄຣິດເຈົ້າ, ເພື່ອມາເສີມສ້າງ ແລະ ໜູນໃຈພວກເຈົ້າໃນຄວາມເຊື່ອຂອງພວກເຈົ້າ.
ຈະໃຫ້ກຳລັງໃຈພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນເພື່ອຈະເຮັດ ແລະ ເວົ້າໃນສິ່ງທີ່ດີທຸກຢ່າງ.
ແຕ່ອົງພຣະຜູ້ເປັນເຈົ້າສັດຊື່ ພຣະອົງຈະເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນ ແລະ ປົກປ້ອງພວກເຈົ້າໃຫ້ພົ້ນຈາກຄົນຊົ່ວຮ້າຍ.
ຢ່າຫລົງໄປກັບບັນດາຄຳສອນແປກໆທຸກຊະນິດ. ເປັນການດີທີ່ຈະໃຫ້ຫົວໃຈຂອງພວກເຮົາເຂັ້ມແຂງຂຶ້ນດ້ວຍພຣະຄຸນ, ບໍ່ແມ່ນດ້ວຍການຮັບປະທານອາຫານຕາມພິທີການ ເຊິ່ງບໍ່ມີປະໂຫຍດຫຍັງແກ່ບັນດາຜູ້ທີ່ຮັບປະທານ.
ແລະ ຫລັງຈາກພວກເຈົ້າທົນທຸກຢູ່ຊົ່ວຂະນະໜຶ່ງແລ້ວ ພຣະເຈົ້າແຫ່ງພຣະຄຸນທັງໝົດ ຜູ້ໄດ້ເອີ້ນພວກເຈົ້າມາສູ່ສະຫງ່າລາສີອັນນິລັນດອນຂອງພຣະອົງໃນພຣະຄຣິດເຈົ້າ ພຣະອົງເອງຈະຟື້ນຟູພວກເຈົ້າຄືນໃໝ່ ແລະ ໃຫ້ພວກເຈົ້າເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.
ດ້ວຍຄວາມຊ່ວຍເຫລືອຂອງຊີລາ ຜູ້ທີ່ເຮົາຖືວ່າເປັນພີ່ນ້ອງທີ່ສັດຊື່ ເຮົາຈຶ່ງໄດ້ຂຽນມາຫາພວກເຈົ້າໂດຍຫຍໍ້ເພື່ອໜູນໃຈພວກເຈົ້າ ແລະ ເປັນພະຍານວ່ານີ້ແມ່ນພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ. ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະຄຸນນີ້.
ດັ່ງນັ້ນ ເຮົາຈະເຕືອນພວກເຈົ້າໃຫ້ລະນຶກເຖິງສິ່ງເຫລົ່ານີ້ສະເໝີ, ເຖິງແມ່ນວ່າພວກເຈົ້າຮູ້ຈັກເລື່ອງນີ້ແລ້ວ ແລະ ຕັ້ງໝັ້ນຄົງໃນຄວາມຈິງທີ່ພວກເຈົ້າມີຢູ່ກໍຕາມ.