ເຊກາຣີຢາ 1 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າເອີ້ນປະຊາຊົນຂອງພຣະອົງໃຫ້ກັບຄືນ 1 ໃນເດືອນແປດ ຂອງຣາຊການປີທີສອງ ຂອງເຈົ້າດາຣິອຸດຈັກກະພັດແຫ່ງເປີເຊຍ ພຣະເຈົ້າຢາເວໄດ້ມອບຖ້ອຍຄຳດັ່ງຕໍ່ໄປນີ້ ໃຫ້ຜູ້ທຳນວາຍເຊກາຣີຢາລູກຊາຍຂອງເບເຣກີຢາແລະຫລານຊາຍຂອງອິດໂດວ່າ, 2 “ພຣະເຈົ້າຢາເວ ໂກດຮ້າຍປູ່ຍ່າຕາຍາຍຂອງພວກເຈົ້າເຫຼືອຫລາຍ. 3 ແລະບອກພວກເຂົາວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ຈົ່ງກັບຄືນມາຫາເຮົາ,’ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ‘ແລະເຮົາຈະກັບຄືນໄປຫາພວກເຈົ້າ.’ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ. 4 ‘ຢ່າສູ່ເປັນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ ນານມາແລ້ວບັນດາຜູ້ທຳນວາຍໄດ້ບອກວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ບອກພວກເຈົ້າບໍ່ໃຫ້ດຳເນີນຊີວິດໃນທາງຊົ່ວຊ້າແລະໃນທາງບາບຕໍ່ໄປ.’ ແຕ່ພວກເຂົາບໍ່ໄດ້ເຊື່ອຟັງຫລືເຮັດຕາມສິ່ງທີ່ເຮົາໄດ້ບອກ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 5 ປູ່ຍ່າຕາຍາຍຂອງພວກເຈົ້າແລະຜູ້ທຳນວາຍເຫຼົ່ານັ້ນ ບໍ່ໄດ້ມີຊີວິດຢູ່ຕໍ່ໄປແລ້ວ. 6 ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’ ຜູ້ທຳນວາຍເຫັນນິມິດເລື່ອງມ້າ 7 ໃນປີທີສອງ ທີ່ເຈົ້າດາຣິອຸດເປັນຈັກກະພັດ ອັນກົງກັບວັນທີຊາວສີ່ ເດືອນສິບເອັດ (ເດືອນເຊບັດ) ພຣະເຈົ້າຢາເວໄດ້ມອບຖ້ອຍຄຳໃຫ້ຂ້າພະເຈົ້າ ໃນນິມິດຕອນກາງຄືນ. 8 ຂ້າພະເຈົ້າໄດ້ເຫັນຜູ້ໜຶ່ງຂີ່ມ້າສີແດງໂຕໜຶ່ງ. ຜູ້ນັ້ນໄດ້ຢຸດຢູ່ທ່າມກາງຕົ້ນໄມ້ຫອມ ໃນຮ່ອມພູແຫ່ງໜຶ່ງ ແລະທາງເບື້ອງຫລັງຂອງຜູ້ນັ້ນມີມ້າໂຕອື່ນອີກ ເປັນມ້າສີແດງ, ສີດ່າງ ແລະສີຂາວ. 9 ຂ້າພະເຈົ້າໄດ້ຖາມວ່າ, “ທ່ານເອີຍ ມ້າເຫຼົ່ານັ້ນໝາຍເຖິງຫຍັງ?” ເທວະດາທີ່ກ່າວກັບຂ້າພະເຈົ້າໄດ້ຕອບຂ້າພະເຈົ້າວ່າ, “ເຮົາຈະສະແດງໃຫ້ເຈົ້າເຫັນວ່າໝາຍເຖິງຫຍັງ?” 10 ດັ່ງນັ້ນ ຊາຍທີ່ຢືນຢູ່ທ່າມກາງຕົ້ນໄມ້ຫອມຈຶ່ງຕອບວ່າ, “ພຣະເຈົ້າຢາເວໄດ້ໃຊ້ພວກມັນໄປກວດກາເບິ່ງແຜ່ນດິນໂລກ.” 11 ພວກເຂົາໄດ້ມາລາຍງານຕໍ່ເທວະດາຂອງພຣະເຈົ້າຢາເວວ່າ, “ພວກເຮົາໄດ້ໄປທົ່ວໂລກແລະໄດ້ພົບວ່າ ໂລກທັງໝົດມີແຕ່ຄວາມສິ້ນຫວັງແລະຄວາມງຽບເຫງົາ.” 12 ແລ້ວເທວະດາຂອງພຣະເຈົ້າຢາເວກໍກ່າວວ່າ, “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ພຣະອົງໄດ້ໂກດຮ້າຍນະຄອນເຢຣູຊາເລັມ ແລະເມືອງຂອງຢູດາຍເຖິງເຈັດສິບປີແລ້ວ. ຈະຍັງອີກດົນນານປານໃດ ກ່ອນທີ່ພຣະອົງຈະໂຜດເມດຕາພວກເຂົາ?” 13 ພຣະເຈົ້າຢາເວໄດ້ຕອບເທວະດາຕົນທີ່ໄດ້ກ່າວກັບຂ້າພະເຈົ້າດ້ວຍຖ້ອຍຄຳເລົ້າໂລມໃຈ 14 ແລະເທວະດາຕົນທີ່ໄດ້ກ່າວກັບຂ້າພະເຈົ້າກໍໄດ້ບອກຂ້າພະເຈົ້າວ່າ, “ຈົ່ງປະກາດວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວວ່າ, ‘ເຮົາມີຄວາມຮັກແລະຄວາມຫ່ວງໃຍອັນເລິກເຊິ່ງ ຕໍ່ນະຄອນເຢຣູຊາເລັມ ແລະຕໍ່ຊີໂອນ 15 ແລະເຮົາກໍໂກດຮ້າຍຢ່າງເຫລືອຫລາຍຕໍ່ຊົນຊາດຕ່າງໆ ທີ່ມ່ວນຊື່ນຢູ່ກັບຄວາມມິດງຽບແລະຄວາມສະຫງົບສຸກ. ດ້ວຍວ່າ, ໃນເມື່ອເຮົາຖອນເອົາຄວາມໂກດຮ້າຍຂອງເຮົາ ທີ່ມີຕໍ່ປະຊາຊົນຂອງເຮົາຄືນນັ້ນ ຊົນຊາດເຫຼົ່ານັ້ນກໍໄດ້ເຮັດໃຫ້ປະຊາຊົນຂອງເຮົາທົນທຸກຍິ່ງຂຶ້ນ.’ 16 ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ, ‘ເຮົາຈະກັບມາທີ່ນະຄອນເຢຣູຊາເລັມອີກ ເພື່ອສຳແດງຄວາມເມດຕາຕໍ່ນະຄອນນີ້. ວິຫານຂອງເຮົາຈະຖືກສ້າງຂຶ້ນໃໝ່ ແລະນະຄອນກໍຈະຖືກສ້າງຂຶ້ນໃໝ່ດ້ວຍ.’ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. 17 ຈົ່ງປະກາດອີກວ່າ: ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ເມືອງທັງຫລາຍຂອງເຮົາຈະຈະເລີນຮຸ່ງເຮືອງຂຶ້ນໃໝ່ ແລະພຣະເຈົ້າຢາເວຈະປອບໃຈຊີໂອນ ແລະຈະເລືອກເອົານະຄອນເຢຣູຊາເລັມອີກເທື່ອໜຶ່ງ.”’ ນິມິດເລື່ອງເຂົາສັດ 18 ໃນນິມິດຢ່າງອື່ນອີກ ຂ້າພະເຈົ້າໄດ້ເຫັນເຂົາສີ່ເຂົາ. 19 ຂ້າພະເຈົ້າຈຶ່ງຖາມເທວະດາຕົນທີ່ກຳລັງກ່າວແກ່ຂ້າພະເຈົ້າຢູ່ນັ້ນວ່າ, “ເຂົາເຫຼົ່ານັ້ນໝາຍເຖິງຫຍັງ?” ເພິ່ນຕອບວ່າ, “ເຂົາເຫຼົ່ານັ້ນໝາຍເຖິງບັນດາອຳນາດແຫ່ງໂລກນີ້ ທີ່ໄດ້ເຮັດໃຫ້ປະຊາຊົນຢູດາ, ອິດສະຣາເອນ ແລະເຢຣູຊາເລັມ ກະຈັດກະຈາຍໄປ.” 20 ແລ້ວພຣະເຈົ້າຢາເວກໍສຳແດງໃຫ້ຂ້າພະເຈົ້າເຫັນຊ່າງຕີເຫຼັກສີ່ຄົນ. 21 ຂ້າພະເຈົ້າຈຶ່ງຖາມວ່າ, “ຄົນເຫຼົ່ານັ້ນມາເຮັດຫຍັງ?” ເພິ່ນຕອບວ່າ, “ອັນນີ້ແມ່ນເຂົາທີ່ເຮັດໃຫ້ຢູດາພັດພາກຈາກກັນຈົນບໍ່ມີຜູ້ໃດເງີຍໜ້າໄດ້ ແຕ່ພວກຊ່າງນີ້ມາເພື່ອເຮັດໃຫ້ຊົນຊາດຕ່າງໆສະທ້ານຢ້ານກົວ ແລະໂຄ່ນລົ້ມຊົນຊາດທັງຫລາຍທີ່ຢຽບຢໍ່າທຳລາຍດິນແດນຢູດາຍໃຫ້ໝຸ່ນ ແລະເຮັດໃຫ້ພົນລະເມືອງກະຈັດກະຈາຍໄປ.” |
@ 2012 United Bible Societies. All Rights Reserved.