ເນເຫມີຢາ 1 - ພຣະຄຳພີສັກສິ1 ຕໍ່ໄປນີ້ແມ່ນວຽກງານຂອງເນເຫມີຢາ ລູກຊາຍຂອງຮາກາລີຢາ ໄດ້ເຮັດສຳເລັດ. ໃນເດືອນກິດຊະເຫລັບ ຂອງປີທີຊາວ ທີ່ກະສັດອາກຕາເຊເຊັດໄດ້ເປັນຈັກກະພັດແຫ່ງເປີເຊຍນັ້ນ; ຂ້າພະເຈົ້າ ເນເຫມີຢາ ໄດ້ຢູ່ໃນເມືອງຫລວງຊູຊາ. ເນເຫມີຢາເປັນຫ່ວງນຳນະຄອນເຢຣູຊາເລັມ 2 ຮານານີ ພີ່ນ້ອງຄົນໜຶ່ງຂອງຂ້າພະເຈົ້າ ໄດ້ເດີນທາງມາຈາກແຂວງຢູດາຍພ້ອມກັບຄົນໝວດໜຶ່ງ ແລະຂ້າພະເຈົ້າກໍໄດ້ຖາມເຂົາເຖິງນະຄອນເຢຣູຊາເລັມ ແລະພວກພີ່ນ້ອງຊາວຢິວ ຜູ້ທີ່ໄດ້ກັບຄືນເມືອຈາກການເປັນຊະເລີຍໃນຕ່າງຖິ່ນ ໃນບາບີໂລນ. 3 ພວກເຂົາໄດ້ບອກຂ້າພະເຈົ້າວ່າ, ພວກທີ່ລອດຊີວິດກັບມາສູ່ຖິ່ນຖານເດີມນັ້ນ ໄດ້ຮັບຄວາມລຳບາກຫລາຍ ແລະຄົນຕ່າງຊາດທີ່ຢູ່ໃກ້ຄຽງກໍດູໝິ່ນປະໝາດພວກເຂົາ. ພວກເຂົາຍັງໄດ້ບອກຂ້າພະເຈົ້າອີກວ່າ, “ກຳແພງຂອງນະຄອນເຢຣູຊາເລັມກໍຍັງພັງທະລາຍຢູ່ ແລະປະຕູຂອງກຳແພງເມືອງກໍຍັງບໍ່ທັນໄດ້ຖືກສ້າງຂຶ້ນໃໝ່ ຕັ້ງແຕ່ສະໄໝຖືກຈູດພຸ້ນ.” 4 ເມື່ອຂ້າພະເຈົ້າໄດ້ຍິນສິ່ງທັງໝົດນັ້ນແລ້ວ ຂ້າພະເຈົ້າກໍນັ່ງລົງແລະຮ້ອງໄຫ້ຄໍ່າຄວນ. ຂ້າພະເຈົ້າໄວ້ທຸກແລະບໍ່ຮັບປະທານອາຫານເປັນເວລາຫລາຍວັນ. ຂ້າພະເຈົ້າພາວັນນາອະທິຖານຫາພຣະເຈົ້າວ່າ, 5 “ໂອ ພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນເອີຍ ພຣະອົງຊົງຍິ່ງໃຫຍ່ແລະເປັນອົງທີ່ພວກຂ້ານ້ອຍໃຫ້ຄວາມເຄົາຣົບຢຳເກງ. ພຣະເຈົ້າຮັກສາພັນທະສັນຍາຂອງພຣະອົງຢ່າງສັດຊື່ ຕໍ່ຜູ້ທີ່ຮັກພຣະອົງແລະຜູ້ທີ່ປະຕິບັດຕາມຄຳສັ່ງຂອງພຣະອົງ. 6 ຂໍຊົງໂຜດຫລຽວເບິ່ງຂ້ານ້ອຍ ແລະຟັງຄຳພາວັນນາອະທິຖານຂອງຂ້ານ້ອຍດ້ວຍ ໃນເມື່ອຂ້ານ້ອຍພາວັນນາອະທິຖານທັງເວັນທັງຄືນ ເພື່ອພວກຜູ້ຮັບໃຊ້ຂອງພຣະອົງ ຄືປະຊາຊົນອິດສະຣາເອນ. ຂ້ານ້ອຍຂໍຮັບສາລະພາບວ່າ, ພວກຂ້ານ້ອຍ ຄືປະຊາຊົນອິດສະຣາເອນໄດ້ເຮັດບາບ. ບັນພະບຸລຸດຂອງພວກຂ້ານ້ອຍ ແລະຂ້ານ້ອຍເອງກໍໄດ້ເຮັດບາບດ້ວຍ. 7 ພວກຂ້ານ້ອຍໄດ້ປະພືດຕົນຢ່າງຊົ່ວຊ້າເພື່ອຕໍ່ສູ້ພຣະອົງ ແລະບໍ່ໄດ້ປະຕິບັດຕາມສິ່ງທີ່ພຣະອົງໄດ້ສັ່ງໄວ້. ພວກຂ້ານ້ອຍບໍ່ໄດ້ຖືຮັກສາກົດບັນຍັດຕ່າງໆ ທີ່ພຣະອົງໄດ້ມອບໃຫ້ພວກຂ້ານ້ອຍຜ່ານທາງໂມເຊ ຜູ້ຮັບໃຊ້ຂອງພຣະອົງ. 8 ບັດນີ້ ຈົ່ງລະນຶກເຖິງສິ່ງທີ່ພຣະອົງໄດ້ບອກໂມເຊວ່າ: ‘ຖ້າປະຊາຊົນອິດສະຣາເອນບໍ່ສັດຊື່ຕໍ່ເຮົາ ເຮົາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍ ໄປໃນທ່າມກາງຊົນຊາດອື່ນໆ. 9 ແຕ່ຖ້າພວກເຈົ້າກັບຄືນມາຫາເຮົາອີກ ແລະປະຕິບັດຕາມສິ່ງທີ່ເຮົາໄດ້ສັ່ງພວກເຈົ້າ ເຮົາຈະນຳພວກເຈົ້າກັບມາສູ່ບ່ອນທີ່ເຮົາໄດ້ເລືອກໄວ້ໃຫ້ນາມຊື່ຂອງເຮົາສະຖິດຢູ່; ເຖິງແມ່ນວ່າພວກເຈົ້າຈະກະຈັດກະຈາຍກັນໄປຢູ່ທົ່ວທຸກມູມໂລກກໍຕາມ.’ 10 ຄົນເຫຼົ່ານີ້ເປັນຜູ້ຮັບໃຊ້ ແລະເປັນປະຊາຊົນຂອງພຣະອົງ. ພຣະອົງໄດ້ຊ່ວຍກູ້ເອົາພວກເຂົາ ດ້ວຍຣິດເດດອັນຍິ່ງໃຫຍ່ແລະດ້ວຍກຳລັງຂອງພຣະອົງ. 11 ຂ້າແດ່ ອົງພຣະຜູ້ເປັນເຈົ້າເອີຍ ບັດນີ້ ຂໍພຣະອົງຮັບຟັງຄຳພາວັນນາອະທິຖານຂອງຂ້ານ້ອຍ ແລະຄຳພາວັນນາອະທິຖານຂອງບັນດາຜູ້ຮັບໃຊ້ຄົນອື່ນໆຂອງພຣະອົງ ຜູ້ທີ່ຢຳເກງໃຫ້ກຽດນາມຊື່ຂອງພຣະອົງແດ່ທ້ອນ. ໃນວັນນີ້ ຂໍພຣະອົງໂຜດປະທານໄຊຊະນະໃຫ້ແກ່ຂ້ານ້ອຍ ໂດຍບັນດານໃຫ້ເພິ່ນເມດຕາຂ້ານ້ອຍດ້ວຍເຖີດ.” ໃນສະໄໝນັ້ນ ຂ້າພະເຈົ້າໄດ້ເປັນຜູ້ຢາຍເຫຼົ້າອະງຸ່ນປະຈຳໂຕະຂອງກະສັດ. |
@ 2012 United Bible Societies. All Rights Reserved.