ປັນຍາຈານ 1 - ພຣະຄຳພີສັກສິຊີວິດນີ້ອະນິຈັງ 1 ຕໍ່ໄປນີ້ ແມ່ນຄຳເວົ້າຂອງປັນຍາຈານລູກຊາຍຂອງເຈົ້າດາວິດ ຜູ້ທີ່ໄດ້ເປັນກະສັດຢູ່ໃນນະຄອນເຢຣູຊາເລັມ. 2 ປັນຍາຈານໄດ້ເວົ້າວ່າ, ອະນິຈັງ ອະນິຈັງ ຊີວິດນີ້ອະນິຈັງ ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ. 3 ທ່ານເຮັດວຽກທຳງານຢູ່ໃຕ້ດວງຕາເວັນ ແລະທ່ານໄດ້ຮັບຫຍັງແດ່ຈາກສິ່ງເຫຼົ່ານັ້ນ? 4 ຊົ່ວອາຍຸຄົນໜຶ່ງຜ່ານໄປ ແລະຊົ່ວອາຍຸຄົນໜຶ່ງອີກເກີດຂຶ້ນມາ, ແຕ່ໂລກກໍຍັງຢູ່ເປັນໂລກເໝືອນເດີມ. 5 ຕາເວັນຂຶ້ນແລະຕາເວັນລົງ ແລ້ວຕາເວັນກໍຟ້າວເຄື່ອນໄປສູ່ບ່ອນທີ່ຕາເວັນຕ້ອງຂຶ້ນມາອີກ. 6 ລົມພັດໄປທາງທິດໃຕ້ ລົມພັດໄປທາງທິດເໜືອ ລົມພັດຜ່ານໄປ ແລະພັດຜ່ານມາ ແລ້ວກໍເລີ່ມພັດໄປຈາກທິດເກົ່າອີກ. 7 ແມ່ນໍ້າທຸກສາຍໄຫລໄປສູ່ທະເລ, ແຕ່ທະເລກໍຍັງບໍ່ເຕັມຈັກເທື່ອ. ນໍ້າກັບຄືນສູ່ບ່ອນທີ່ແມ່ນໍ້າຕັ້ງຕົ້ນໄຫລໄປ ແລະຕັ້ງຕົ້ນໄຫລມາອີກໃໝ່. 8 ທຸກໆສິ່ງນຳໄປສູ່ຄວາມເບື່ອໜ່າຍ ຊຶ່ງເກີນກວ່າທີ່ຄົນເຮົາຈະບັນລະຍາຍອອກມາເປັນຖ້ອຍຄຳໄດ້. ຕາຂອງເຮົາເບິ່ງບໍ່ຮູ້ຈັກອີ່ມ ຫູຂອງເຮົາຟັງບໍ່ຮູ້ຈັກພໍ. 9 ສິ່ງທີ່ເກີດຂຶ້ນແລ້ວ ກໍຈະເກີດຂຶ້ນອີກ ສິ່ງທີ່ເຮັດແລ້ວ ກໍຈະຕ້ອງເຮັດອີກ ບໍ່ມີຫຍັງໃໝ່ຢູ່ໃຕ້ດວງຕາເວັນ. 10 ຄົນອາດເວົ້າກັນວ່າ, “ເບິ່ງແມ! ນີ້ແມ່ນສິ່ງໃໝ່.” ບໍ່ແມ່ນດອກ ຕາມທີ່ຈິງແລ້ວ ທຸກສິ່ງລ້ວນແຕ່ເຄີຍໄດ້ເກີດຂຶ້ນຕັ້ງນານມາແລ້ວທັງສິ້ນ ກ່ອນທີ່ເຮົາໄດ້ເກີດມາ. 11 ບໍ່ມີຜູ້ໃດຈື່ໄດ້ວ່າ ມີຫຍັງແດ່ໄດ້ເກີດຂຶ້ນໃນອະດີດ ແລະບໍ່ມີຜູ້ໃດໃນອະນາຄົດຈະຈື່ຈຳໄດ້ວ່າ ມີຫຍັງແດ່ເກີດຂຶ້ນລະຫວ່າງຊ່ວງນີ້ແລະຊ່ວງຕໍ່ໄປ. ປະສົບການຂອງປັນຍາຈານ 12 ຂ້າພະເຈົ້າຄືປັນຍາຈານ ເຄີຍເປັນກະສັດຂອງຊາດອິດສະຣາເອນ ແລະໄດ້ປົກຄອງຢູ່ໃນນະຄອນເຢຣູຊາເລັມ. 13 ຂ້າພະເຈົ້າໄດ້ຕັ້ງໃຈພິຈາລະນາແລະສຶກສາເບິ່ງ ສິ່ງທັງໝົດທີ່ໄດ້ເກີດຂຶ້ນໃນໂລກນີ້. ພຣະເຈົ້າໄດ້ກຳນົດຊາຕາກຳອັນແສນລຳບາກເໜືອມະນຸດ. 14 ຂ້າພະເຈົ້າເຄີຍເຫັນສັບພະທຸກສິ່ງທີ່ຄົນໄດ້ເຮັດຢູ່ໃຕ້ດວງຕາເວັນ ແລະຂ້າພະເຈົ້າຂໍບອກວ່າ, ສິ່ງເຫຼົ່ານັ້ນລ້ວນແຕ່ອະນິຈັງທັງສິ້ນ. ເປັນດັ່ງການແລ່ນໄລ່ໄປຕາມລົມ. 15 ທ່ານເຮັດສິ່ງທີ່ຄົດໃຫ້ຊື່ບໍ່ໄດ້ສັນໃດ ທ່ານກໍນັບສິ່ງທີ່ບໍ່ມີຕົນຕົວບໍ່ໄດ້ສັນນັ້ນ. 16 ຂ້າພະເຈົ້າເຄີຍເວົ້າກັບຕົນເອງວ່າ, “ເຮົາກາຍເປັນຄົນສຳຄັນ ທັງມີປັນຍາກວ່າຄົນໃດໆ ທີ່ເຄີຍປົກຄອງນະຄອນເຢຣູຊາເລັມມາກ່ອນເຮົາ. ເຮົາຮູ້ຈັກປັນຍາແລະຄວາມຮູ້ແທ້ນັ້ນວ່າເປັນຢ່າງໃດ.” 17 ຂ້າພະເຈົ້າຕັ້ງໃຈຮໍ່າຮຽນໄຈ້ແຍກ ລະຫວ່າງຄວາມຮູ້ແລະຄວາມໂງ່ຈ້າ, ປັນຍາແລະຄວາມບ້າຄັ່ງ, ແຕ່ຂ້າພະເຈົ້າໄດ້ພົບວ່າ ຂ້າພະເຈົ້າກຳລັງແລ່ນໄລ່ໄປຕາມລົມຄືກັນ. 18 ທ່ານເປັນຄົນສະຫລາດຫລາຍເທົ່າໃດ ທ່ານແຮ່ງເປັນຄົນວິຕົກກັງວົນຫລາຍເທົ່ານັ້ນ ທ່ານຮູ້ຫລາຍເທົ່າໃດ ທ່ານແຮ່ງເຈັບປວດຫລາຍເທົ່ານັ້ນ. |
@ 2012 United Bible Societies. All Rights Reserved.