2 ໂຢຮັນ 1 - ພຣະຄຳພີສັກສິ1 ຈາກ ຜູ້ປົກຄອງ ເຖິງ ທ່ານສຸພາບສະຕຼີທີ່ຊົງເລືອກໄວ້ ແລະ ພວກລູກຂອງນາງ ຜູ້ທີ່ເຮົາຮັກຢ່າງແທ້ຈິງ ບໍ່ແມ່ນເຮົາພຽງຄົນດຽວ ແຕ່ທຸກຄົນທີ່ຮູ້ຄວາມຈິງກໍຮັກເໝືອນກັນ, 2 ເພາະຄວາມຈິງດຳລົງຢູ່ໃນພວກເຮົາ ແລະມີຢູ່ກັບພວກເຮົາຊົ່ວນິຣັນດອນ. 3 ພຣະຄຸນ ພຣະເມດຕາ ແລະສັນຕິສຸກທີ່ມາຈາກພຣະເຈົ້າ ພຣະບິດາເຈົ້າ ແລະຈາກພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະບິດານັ້ນ ຈະສະຖິດຢູ່ກັບເຮົາທັງຫລາຍ ໃນຄວາມຈິງແລະໃນຄວາມຮັກ. ຄວາມຈິງ ແລະ ຄວາມຮັກ 4 ເຮົາດີໃຈຫລາຍທີ່ຮູ້ວ່າ ພວກລູກຂອງເຈົ້າບາງຄົນໄດ້ດຳເນີນຊີວິດໃນຄວາມຈິງ ຕາມທີ່ພຣະບິດາເຈົ້າໄດ້ສັ່ງພວກເຮົານັ້ນ. 5 ແຕ່ບັດນີ້ ທ່ານສຸພາບສະຕຼີທີ່ຮັກເອີຍ, ເຮົາຂໍຮ້ອງເຈົ້າທັງຫຼາຍ ໃຫ້ພວກເຮົາຮັກຊຶ່ງກັນແລະກັນ ນີ້ບໍ່ແມ່ນກົດບັນຍັດຂໍ້ໃໝ່ທີ່ເຮົາໄດ້ຂຽນມາເຖິງພວກເຈົ້າ, ແຕ່ເປັນກົດບັນຍັດທີ່ພວກເຮົາເຄີຍມີມາແລ້ວຕັ້ງແຕ່ຕົ້ນເດີມ. 6 ແລະຄວາມຮັກທີ່ເຮົາກ່າວເຖິງນີ້ ຄືໃຫ້ພວກເຮົາປະຕິບັດຕາມກົດບັນຍັດຂອງພຣະເຈົ້າ ເປັນກົດບັນຍັດທີ່ພວກເຈົ້າເຄີຍໄດ້ມີມາແລ້ວຕັ້ງແຕ່ຕົ້ນເດີມນັ້ນ ເພື່ອໃຫ້ພວກເຈົ້າທຸກຄົນໄດ້ປະຕິບັດຕາມ. 7 ຜູ້ຫລອກລວງຫລາຍຄົນໄດ້ອອກໄປທົ່ວໂລກແລ້ວ ເປັນພວກທີ່ບໍ່ຍອມຮັບວ່າ ພຣະເຢຊູຄຣິດເຈົ້າໄດ້ສະເດັດລົງມາຮັບຊາດເປັນມະນຸດ. ຄົນຢ່າງນັ້ນແຫຼະ ເປັນຜູ້ຫລອກລວງ ແລະເປັນສັດຕູຂອງພຣະຄຣິດ. 8 ເຫດສະນັ້ນ ພວກເຈົ້າຈົ່ງລະວັງຕົວໃຫ້ດີ ເພື່ອວ່າພວກເຈົ້າຈະບໍ່ເສຍປະໂຫຍດໃນສິ່ງທີ່ພວກເຈົ້າໄດ້ກະທຳນັ້ນ ແຕ່ຈະໄດ້ຮັບບຳເໜັດເຕັມສ່ວນ. 9 ຜູ້ໃດທີ່ລ່ວງເກີນ ບໍ່ດຳລົງຢູ່ໃນຄຳສອນຂອງພຣະຄຣິດ ຜູ້ນັ້ນກໍບໍ່ມີພຣະເຈົ້າ ຜູ້ໃດທີ່ດຳລົງຢູ່ໃນຄຳສັ່ງສອນນີ້ ກໍມີທັງພຣະບິດາເຈົ້າແລະພຣະບຸດ. 10 ຖ້າຜູ້ໃດມາຫາເຈົ້າ ແລະບໍ່ເອົາຄຳສອນນີ້ມານຳ ກໍຢ່າຮັບຄົນນັ້ນເຂົ້າໃນເຮືອນ ແລະທັງຢ່າສະແດງຄວາມຄຳນັບຕໍ່ຜູ້ນັ້ນ. 11 ດ້ວຍວ່າ, ຜູ້ໃດທີ່ສະແດງຄວາມຄຳນັບຕໍ່ເຂົາ ຜູ້ນັ້ນກໍເຂົ້າສ່ວນໃນການກະທຳຊົ່ວຂອງເຂົາແລ້ວ. ຄຳສະແດງຄວາມນັບຖືຕອນທ້າຍ 12 ເຮົາຍັງມີຫລາຍຢ່າງ ທີ່ຈະຂຽນມາເຖິງເຈົ້າທັງຫຼາຍ ແຕ່ເຮົາບໍ່ຢາກໃຊ້ເຈ້ຍແລະນໍ້າມຶກ ເຮົາຫວັງວ່າຈະມາຫາພວກເຈົ້າ ແລະເວົ້າກັນປາກຕໍ່ປາກ ເພື່ອຄວາມຍິນດີຈະໄດ້ມີຢ່າງເຕັມປ່ຽມ. 13 ບັນດາລູກຂອງນ້ອງສາວຂອງເຈົ້າທີ່ຊົງເລືອກໄວ້ ນັ້ນ ກໍຝາກຄວາມຄິດເຖິງ ມາຫາພວກເຈົ້າດ້ວຍ. |
@ 2012 United Bible Societies. All Rights Reserved.