Aanlyn Bybel

- Advertensies -

1 ຂ່າວຄາວ 1 - ພຣະຄຳພີສັກສິ


ແຕ່​ອາດາມ​ເຖິງ​ອັບຣາຮາມ
( ປຖກ 5:1-32 ; 10:1-32 ; 11:10-26 )

1 ອາດາມ​ເປັນ​ພໍ່​ຂອງ​ເຊດ, ເຊດ​ເປັນ​ພໍ່​ຂອງ​ເອໂນດ, ເອໂນດ​ເປັນ​ພໍ່​ຂອງ​ເກນານ,

2 ເກນານ​ເປັນ​ພໍ່​ຂອງ​ມະຫາລາເລນ, ມະຫາລາເລນ​ເປັນ​ພໍ່​ຂອງ​ຢາເຣັດ.

3 ຢາເຣັດ​ເປັນ​ພໍ່​ຂອງ​ເອນົກ ແລະ​ເອນົກ​ເປັນ​ພໍ່​ຂອງ​ເມທູເສລາ; ເມທູເສລາ​ເປັນ​ພໍ່​ຂອງ​ລາເມັກ,

4 ແລະ​ລາເມັກ​ເປັນ​ພໍ່​ຂອງ​ໂນອາ. ໂນອາ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ.

5 ພວກ​ລູກຊາຍ​ຂອງ​ຢາເຟດ ມີ​ດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ​ຕີຣາດ. ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຕໍ່ໆ​ມາ​ຂອງ​ຊົນຊາດ​ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ.

6 ເຊື້ອສາຍ​ຂອງ​ໂກເມ ມີ​ດັ່ງນີ້: ຊາວ​ອັດຊະເກນາດ, ຣີຟາດ ແລະ​ໂຕກາມາ.

7 ເຊື້ອສາຍ​ຂອງ​ຢາວານ ມີ​ດັ່ງນີ້: ຊາວ​ເອລີຊາ, ສະເປນ, ໄຊປຣັດ ແລະ​ໂຣເດັດ.

8 ພວກ​ລູກຊາຍ​ຂອງ​ຮາມ ມີ​ດັ່ງນີ້: ກູເຊ, ເອຢິບ, ລີເບຍ​ແລະ​ການາອານ. ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຕໍ່ໆ​ມາ​ຂອງ​ຊົນຊາດ​ທີ່​ໃສ່​ຊື່​ຂອງ​ພວກເຂົາ.

9 ເຊື້ອສາຍ​ຂອງ​ກູເຊ ມີ​ດັ່ງນີ້: ຊາວ​ເຊບາ, ຮາວິລາ, ສັບຕາ, ຣາອາມາ ແລະ​ສັບເຕກາ. ເຊື້ອສາຍ​ຂອງ​ຣາອາມາ ແມ່ນ​ຊາວ​ເຊບາ​ແລະ​ຊາວ​ເດດານ.

10 ກູເຊ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ​ນິມໂຣດ ແລະ​ລາວ​ໄດ້​ກາຍເປັນ​ນັກປົກຄອງ​ຜູ້​ຍິ່ງໃຫຍ່​ຄົນ​ທຳອິດ​ໃນ​ໂລກ.

11 ເຊື້ອສາຍ​ຂອງ​ເອຢິບ ມີ​ດັ່ງນີ້: ຊາວ​ລູດີອາ, ອານາມ, ເລຮາບ, ນັບຕູ,

12 ປາທະຣູ, ກັດສະລູ ແລະ​ຊາວ​ກະເຣເຕ (ຊຶ່ງ​ເປັນ​ຕົ້ນ​ຕະກຸນ​ຂອງ​ຊາວ​ຟີລິດສະຕິນ).

13 ພວກ​ລູກຊາຍ​ຂອງ​ການາອານ ມີ​ດັ່ງນີ້: ຊີໂດນ​ແລະ​ເຫັດ. ທັງສອງ​ນີ້​ເປັນ​ປູ່ຍ່າຕາຍາຍ​ຕໍ່ໆ​ມາ​ຂອງ​ຊົນຊາດ​ທີ່​ໃສ່​ຊື່​ຂອງ​ພວກເຂົາ.

14 ການາອານ​ຍັງ​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ດັ່ງ​ຕໍ່ໄປນີ້: ເຢບຸດ, ອາໂມ, ກີກາຊີ,

15 ຮີວີ, ອາກກີ, ສີນີ,

16 ອາກວາດີ, ເຊມາຣີ ແລະ​ຮາມັດ.

17 ພວກ​ລູກຊາຍ​ຂອງ​ເຊມ ມີ​ດັ່ງນີ້: ເອລາມ, ອັດຊູເຣ, ອາກປັກຊາດ, ລູດ, ອາຣາມ, ອູເຊ, ຮຸນ, ເກເຕີ ແລະ​ເມເຊັກ. ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ​ຕໍ່ໆ​ມາ​ທີ່​ໃສ່​ຊື່​ຂອງ​ພວກເຂົາ.

18 ອາກປັກຊາດ​ເປັນ​ພໍ່​ຂອງ​ເຊລາ​ແລະ​ເຊລາ​ເປັນ​ພໍ່​ຂອງ​ເອເບ.

19 ເອເບ​ມີ​ລູກຊາຍ​ສອງ​ຄົນ; ຜູ້ໜຶ່ງ​ຊື່​ວ່າ ເປເລັກ ແລະ​ກ່ອນ​ຈະ​ໃສ່​ຊື່​ນີ້​ກໍ​ເພາະ​ສະໄໝ​ນັ້ນ​ຄົນ​ໃນ​ໂລກ​ໄດ້​ແບ່ງແຍກ​ກັນ. ສ່ວນ​ຜູ້ໜຶ່ງ​ອີກ​ຊື່​ວ່າ ໂຢກທານ.

20 ໂຢກທານ ເປັນ​ພໍ່​ຂອງ: ອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ,

21 ຮາໂດຣາມ, ອູຊານ, ດີກະລາ,

22 ເອບານ, ອາບີມາເອນ, ເຊບາ,

23 ໂອຟີ, ຮາວີລາ ແລະ​ໂຢບັບ, ຊົນຊາດ​ທັງໝົດ​ນີ້​ເປັນ​ເຊື້ອສາຍ​ຂອງ​ໂຢກທານ.

24 ສາຍ​ຄອບຄົວ​ຕັ້ງແຕ່​ເຊມ​ຫາ​ອັບຣາມ ມີ​ດັ່ງນີ້: ເຊມ, ອາກປັກຊາດ, ເຊລາ,

25 ເອເບ, ເປເລັກ, ເຣອູ,

26 ເສຣຸກ, ນາໂຮ, ເຕຣາ,

27 ແລະ​ອັບຣາມ (ເອີ້ນ​ກັນ​ອີກ​ວ່າ​ອັບຣາຮາມ).


ເຊື້ອສາຍ​ຂອງ​ອິດຊະມາເອນ
( ປຖກ 25:12-16 ; 25:1-2 )

28 ອັບຣາຮາມ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ອີຊາກ​ແລະ​ອິດຊະມາເອນ.

29 ລູກຊາຍ​ຂອງ​ອິດຊະມາເອນ​ໄດ້​ກາຍເປັນ​ຫົວໜ້າ​ຂອງ​ສິບສອງ​ເຜົ່າ ມີ​ດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບສາມ,

30 ມີຊະມາ, ດູມາ, ມາສາ, ຮາດັດ, ເຕມາ,

31 ເຢຕູເຣ, ນາຟິດ ແລະ​ເກເດມາ, ພວກ​ດັ່ງກ່າວ​ເປັນ​ລູກຊາຍ​ຂອງ​ອິດຊະມາເອນ.

32 ອັບຣາຮາມ​ມີ​ເມຍນ້ອຍ​ຄົນ​ໜຶ່ງ​ຊື່​ວ່າ ເກຕູຣາ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ຫົກ​ຄົນ ມີ​ດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ​ຊູອາ. ໂຢກຊານ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ເຊບາ​ແລະ​ເດດານ.

33 ມີດີອານ​ມີ​ລູກຊາຍ​ຫ້າ​ຄົນ ດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະ​ເອນດາອາ, ທັງໝົດ​ນີ້​ແມ່ນ​ເຊື້ອສາຍ​ຂອງ​ເກຕູຣາ.


ເຊື້ອສາຍ​ຂອງ​ເອຊາວ
( ປຖກ 36:1-19 )

34 ອີຊາກ​ລູກຊາຍ​ຂອງ​ອັບຣາຮາມ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເອຊາວ​ແລະ​ຢາໂຄບ.

35 ພວກ​ລູກຊາຍ​ຂອງ​ເອຊາວ ມີ​ດັ່ງນີ້: ເອລີຟັດ, ເຣອູເອນ, ເຢອຸດ, ຢາລາມ ແລະ​ໂກຣາ.

36 ພວກ​ລູກຊາຍ​ຂອງ​ເອລີຟັດ ມີ​ດັ່ງນີ້: ເຕມານ, ໂອມາກ, ເຊຟີ, ຄາຕາມ, ເກນາດ, ຕີມນາ ແລະ​ອາມາເຫຼັກ.

37 ພວກ​ລູກຊາຍ​ຂອງ​ເຣອູເອນ ມີ​ດັ່ງນີ້: ນາຮາດ, ເຊຣາ, ຊາມມາ ແລະ​ມິດຊາ.


ເຜົ່າ​ດັ້ງເດີມ​ຂອງ​ເອໂດມ
( ປຖກ 36:20-30 )

38 ພວກ​ລູກຊາຍ​ຂອງ​ເສອີ ມີ​ດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, ດີໂຊນ, ເອເຊ ແລະ​ດີຊານ

39 ພວກ​ລູກຊາຍ​ຂອງ​ໂລຕັນ ມີ​ດັ່ງນີ້: ໂຮຣີ​ແລະ​ໂຮມາມ. (ໂລຕັນ​ມີ​ນ້ອງສາວ​ຜູ້ໜຶ່ງ​ຊື່​ວ່າ ຕີມນາ.)

40 ພວກ​ລູກຊາຍ​ຂອງ​ໂຊບານ ມີ​ດັ່ງນີ້: ອາລີອານ, ມານາຮາດ, ເອບານ, ເຊຟີ ແລະ​ໂອນາມ. ຊີເບໂອນ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ອາອີຢາ ແລະ​ອານາ.

41 ພວກ​ລູກຊາຍ​ຂອງ​ອານາ ມີ​ດັ່ງນີ້: ດີໂຊນ ແລະ​ດີໂຊນ​ເປັນ​ພໍ່​ຂອງ​ຮຳຣານ, ເອຊະບານ, ອີທະຣານ ແລະ​ເກຣານ.

42 ພວກ​ລູກຊາຍ​ຂອງ​ເອເຊ ມີ​ດັ່ງນີ້: ບິນຮານ, ຊາອາວານ ແລະ​ຢາອາການ. ພວກ​ລູກຊາຍ​ຂອງ​ດີຊານ ມີ​ດັ່ງນີ້: ອູເຊ​ແລະ​ອາຣານ.


ບັນດາ​ກະສັດ​ແຫ່ງ​ເອໂດມ
( ປຖກ 36:31-43 )

43 ບັນດາ​ກະສັດ​ທີ່​ໄດ້​ປົກຄອງ​ອານາຈັກ​ເອໂດມ​ສືບຕໍ່​ກັນ​ມາ ກ່ອນ​ສະໄໝ​ທີ່​ມີ​ກະສັດ​ປົກຄອງ​ໃນ​ປະເທດ​ອິດສະຣາເອນ ມີ​ດັ່ງນີ້: ເບລາ ລູກຊາຍ​ຂອງ​ເບອໍ ຈາກ​ເມືອງ​ດິນຮາບາ.

44 ເມື່ອ​ເບລາ​ຕາຍໄປ​ແລ້ວ ໂຢບັບ ລູກຊາຍ​ຂອງ​ເຊຣາ ຈາກ​ເມືອງ​ໂບຊະຣາ ກໍໄດ້​ຂຶ້ນ​ປົກຄອງ​ແທນ.

45 ເມື່ອ​ໂຢບັບ​ຕາຍໄປ​ແລ້ວ ຮູຊາມ ຈາກ​ເມືອງ​ເຕມານ ກໍໄດ້​ຂຶ້ນ​ປົກຄອງ​ແທນ.

46 ເມື່ອ​ຮູຊາມ​ຕາຍໄປ​ແລ້ວ ຮາດັດ ລູກຊາຍ​ຂອງ​ເບດັດ ຈາກ​ເມືອງ​ອາວິດ ກໍໄດ້​ຂຶ້ນ​ປົກຄອງ​ແທນ. (ຜູ້​ທີ່​ເອົາ​ຊະນະ​ຊາວ​ມີດີອານ​ຢູ່​ໃນ​ນາ​ຂອງ​ໂມອາບ).

47 ເມື່ອ​ຮາດັດ​ຕາຍໄປ​ແລ້ວ ສາມລາ ຈາກ​ເມືອງ​ມາສະເຣກາ ກໍໄດ້​ຂຶ້ນ​ປົກຄອງ​ແທນ.

48 ເມື່ອ​ສາມລາ​ຕາຍໄປ​ແລ້ວ ຊາອູນ ຊາວ​ແຄມ​ແມ່ນໍ້າ​ເມືອງ​ເຣໂຮໂບດ ກໍໄດ້​ຂຶ້ນ​ປົກຄອງ​ແທນ.

49 ເມື່ອ​ຊາອູນ​ຕາຍໄປ​ແລ້ວ ບາອານຮານານ ລູກຊາຍ​ຂອງ​ອັກໂບ ກໍໄດ້​ຂຶ້ນ​ປົກຄອງ​ແທນ.

50 ເມື່ອ​ບາອານຮານານ​ຕາຍໄປ​ແລ້ວ ຮາດັດ ຈາກ​ເມືອງ​ປາອີ ກໍໄດ້​ຂຶ້ນ​ປົກຄອງ​ແທນ. (ເມຍ​ຂອງ​ເພິ່ນ​ຊື່​ວ່າ ເມເຮຕາເບນ ຜູ້​ເປັນ​ລູກສາວ​ຂອງ​ມັດເຣັດ ແລະ​ຫລານສາວ​ຂອງ​ເມຊາຮາບ). ແລະ​ຮາດັດ​ໄດ້​ຕາຍໄປ

51 ປະຊາຊົນ​ໃນ​ເອໂດມ​ໄດ້​ແບ່ງ​ອອກ​ເປັນ​ຫລາຍ​ເຜົ່າ ມີ​ດັ່ງນີ້: ຕີມນາ, ອານວາ, ເຢເທັດ,

52 ໂອໂຮລີບາມາ, ເອລາ, ປີໂນນ,

53 ເກນາດ, ເຕມານ, ມິບຊາ,

54 ມັກດິເອນ ແລະ​ອີຣາມ, ພວກ​ເຫົ່ລານີ້​ແມ່ນ​ຊົນເຜົ່າ​ຂອງ​ເອໂດມ.

@ 2012 United Bible Societies. All Rights Reserved.

Volg ons:



Advertensies