12 ໂຢນາຈຶ່ງຕອບວ່າ, “ຈົ່ງໂຍນຂ້ອຍລົງໃນທະເລ ແລະລົມພະຍຸກໍຈະສະຫງົບລົງ. ຂ້ອຍຮູ້ວ່າລົມພະຍຸອັນຮ້າຍແຮງນີ້ໄດ້ເກີດຂຶ້ນ ເພາະຂ້ອຍເຮັດຜິດ.”